ກອງປະຊຸມລັດຖະມົນຕີການພົວພັນຄູ່ຮ່ວມມືແມ່ນ້ຳຂອງ-ອາເມລິກາ ຄັ້ງທີ 2

(VOVWORLD) -ຫວຽດນາມ ຖືເປັນສຳຄັນການເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມື ເພື່ອການພັດທະນາແບບຍືນຍົງຂອງອະນຸພາກພື້ນແມ່ນ້ຳຂອງ; ຊົມເຊີຍ MUSP ຕັ້ງໜ້າໜູນຊ່ວຍບັນດາປະເທດແມ່ນ້ຳຂອງ ຮັບມືກັບໂລກລະບາດ
ກອງປະຊຸມລັດຖະມົນຕີການພົວພັນຄູ່ຮ່ວມມືແມ່ນ້ຳຂອງ-ອາເມລິກາ ຄັ້ງທີ 2 - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸນແທັງເຊີນ
(ພາບ: ກະຊວງການຕ່າງປະເທດ)

ວັນທີ 03 ສິງຫາ, ໂດຍຮັບຄຳເຊີນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ Prak Sokhonn, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸນແທັງເຊີນ, ໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສທີ່ກອງປະຊຸມລັດຖະມົນຕີການພົວພັນຄູ່ຮ່ວມມືແມ່ນ້ຳຂອງ-ອາເມລິກາ (MUSP) ຄັ້ງທີ 2 ທາງອອນລາຍ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນການເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມື ເພື່ອການພັດທະນາແບບຍືນຍົງຂອງອະນຸພາກພື້ນແມ່ນ້ຳຂອງ; ຊົມເຊີຍ MUSP ຕັ້ງໜ້າໜູນຊ່ວຍບັນດາປະເທດແມ່ນ້ຳຂອງ ຮັບມືກັບໂລກລະບາດ, ຊຸກຍູ້ການພັດທະນາແບບຍືນຍົງ ແລະ ການສ້າງປະຊາຄົມອາຊຽນ. ທ່ານລັດຖະມົນຕີ ເນັ້ນໜັກວ່າ ໂລກລະບາດໂຄວິດ-19 ແລະ ການປ່ຽນແປງຂອງດິນຟ້າອາກາດແມ່ນບັນດາບັນຫາຮີບດ່ວນ, ວາງອອກສິ່ງທ້າທາຍໃຫຍ່ຫຼາຍຢ່າງຕໍ່ການພັດທະນາແບບຍືນຍົງ ແລະ ກວມລວມຂອງອະນຸພາກພື້ນແມ່ນ້ຳຂອງ, ຮຽກຮ້ອງຕ້ອງມີຄວາມຕັດສິນໃຈ ແລະ ຄວາມມານະພະຍາຍາມຮ່ວມມືຂອງບັນດາປະເທດແມ່ນ້ຳຂອງ, ອາຊຽນ ແລະ ບັນດາຄູ່ຮ່ວມມື.

        ຍ້ອນເຫດນັ້ນ, ຕ້ອງປະຕິບັດ 4 ໝວດມາດຕະການແກ້ໄຂຄື: ບັນດາໂຄງການກ່ຽວກັບວັກຊິນກັນໂຄວິດ-19 ແລະ ເພີ່ມທະວີລະບົບການແພດ; ຍົກສູງກຳລັງຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການນຳໃຊ້ແຫຼ່ງນ້ຳຂ້າມຊາຍແດນແບບຍືນຍົງ; ເປີດກວ້າງການຮ່ວມມືໃນຫຼາຍຂົງເຂດ ແລະ ສະເໜີລາຍການຊີ້ນຳຂັ້ນສູງ ແມ່ນ້ຳຂອງ-ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ