ກອງປະຊຸມລັດຖະມົນຕີການເງິນ Eurozone

ກອງປະຊຸມລັດຖະມົນຕີການເງິນ Eurozone - ảnh 1
(ພາບປະກອບ)
(vovworld) - ວັນ​ທີ 04/03, ລັດຖະມົນຕີ​ການ​ເງິນ​ບັນດາ​ປະ​ເທດ​ສະມາຊິກ​ກຸ່ມ​ປະ​ເທດ​ໃຊ້​ສະກຸນເງິນ​ເອີ​ໂຣ (Eurozone), ​ໄດ້​ຈັດ​ກອງ​ປະຊຸມ​ຢູ່​ບຣຸກ​ແສນ, ປະ​ເທດ ​ແບນຊິກ, ​ເພື່ອ​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ຮັບ​ມື​ກັບ​ສະພາບ​ການ​ເສດຖະກິດ​ອ່ອນ​ດ້ອຍ ​ແລະ ສະພາບ​ການການ​ເມືອງ​ວຸ້ນວາຍພາຍຫຼັງ​ການ​ເລືອກ​ຕັ້ງ​ຢູ່​ອີ​ຕາ​ລີ. ນະ​ທີ່​ນີ້, ບັນດາ​ລັດຖະມົນຕີ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວກັບ​ເລື່ອງ​ບັນດາປະ​ເທດສະມາຊິກ​ໄດ້​ມານະ​ພະຍາຍາມ​ຫຼຸດຜ່ອນ​ໜີ້​ສາທາລະນະ ​ແລະ ຮັບປະກັນ​ຄວາມ​ສະຖຽນ​ລະ​ພາບ​ດ້ານ​ການ​ເງິນ​ຢູ່ Eurozone. ຄຽງ​ຂ້າງ​ນັ້ນ, ​ໃນ​ສະພາບ​ການ​ຂາດດຸນ​ງົບປະມານ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ພວມ​ຢູ່​ໃນ​ລະດັບ​ອັນຕະລາຍ, ພິ​ເສດ​ຝລັ່ງ, ​ເຊິ່ງ​ແມ່ນ​ພື້ນຖານ​ເສດຖະກິດ​ໃຫຍ່​ອັນ​ດັບ 2 ຂອງ Eurozone ນີ້ ອາດ​ຈະ​ຮຽກຮ້ອງ​ໃຫ້ EU ​ເພີ່ມ​ກຳນົດ​ເວລາ​ຕື່​ມອີກໜຶ່ງປີ​ ​ເພື່ອ​ປັບປຸງ​ລະດັບຂາດດຸນ​ງົບປະມານ​​ໃຫ້​ຫຼຸດລົງ​ລະດັບ​ອະນຸຍາດ. ບັນດາລັດຖະມົນຕີ​ການ​ເງິນ​ກໍ​ພິຈາລະນາ​​ເຖິງເລື່ອງ​ສ້າງ​ໂຄງ​ປະກອບ​​ທະນາຄານ ​ແອດ​ສະປາຍ ຄືນ​ໃໝ່​ໃຫ້ມີ​ປະສິດທິ​ຜົນ, ພ້ອມ​ທັງປຶກສາ​ຫາລື​ບັນດາ​ມາດຖານ​ທີ່​ສາມາດ​ນຳ​ໃຊ້​ໃຫ້​ແກ່​ບັນດາ​ປະ​ເທດ​ສະມາຊິກ​ໃນ​ປີໜ້າ ​ເມື່ອ​ກົນ​ໄກ​ຮັບປະກັນຄວາມ​ເປັນ​ປົກກະຕິເອີ​ລົບ ໄດ້ຮັບ​ການ​ຮັບຮອງ​ເອົາ.

        ​ໃນ​ເຫດການ​ອື່ນ, ​ໂດ​ຍບໍ່​ຫົວຊາ​ຕໍ່​ເລື່ອງ Eurozone ພວມ​ຜ່ານ​ຜ່າ​ໄລຍະ​ຫຍຸ້ງຍາກ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ, ວັນ​ທີ 04/03, Latvia ​ໄດ້​ຍື່ນ​​ໜັງ​ສື່ຂໍ​ເຂົ້າ​​ເປັນ​ສະມາຊິກ Eurozone ​ໃນ​ປີ 2014. ຖ້າ​ຫາກ​ໄດ້​ຮັບ​ການ​ຮັບຮອງ, ປະ​ເທດ​ນີ້​ຈະ​ກ່າຍ​ເປັນ​ສະມາຊິກ​ທີ 18 ຂອງ Eurozone.

ຂ່າວ/ບົດ​ອື່ນ