ກອງປະຊຸມລັດຖະມົນຕີການເງິນແລະຜູ້ວ່າການທະນາຄານສູນກາງອາຊຽນ

ກອງປະຊຸມລັດຖະມົນຕີການເງິນແລະຜູ້ວ່າການທະນາຄານສູນກາງອາຊຽນ - ảnh 1
ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນ ​ແລະ
ຜູ້​ວ່າ​ການທະນາຄານ​ສູນ​ກາງ​ ອາ​ຊຽນ
(ພາບ: TTXVN)

(vovworld) – ​ຕອນ​ເຊົ້າ​ວັນ​ທີ 04/04 ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນ ​ແລະ ຜູ້​ວ່າ​ການທະນາຄານ​ສູນ​ກາງ​ ອາ​ຊຽນ ຖືກ​​ໄຂ​ຂຶ້ນຢູ່​ນະຄອນຫລວງ ວຽງ​ຈັນ ລາວ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ລັດຖະມົນຕີ, ຮອງ​ລັດຖະມົນຕີ​ການ​ເງິນ​ບັນດາ​ປະ​ເທດ ອາ​ຊຽນ, ​ເລຂາທິການ​ໃຫຍ່ ອາ​ຊຽນ. ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານ ດີງຕ໋ຽນຢຸງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ ນຳ​ໜ້າ​ຄະນະ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ຮັບ​ຟັງ​ບົດ​ລາຍ​ງານ​ຂອງ​ທະນາຄານ​ໂລກ ​ແລະ ທະນາຄານ ອາຊີ ກ່ຽວ​ກັບ​ເສດຖະກິດ​ທົ່ວ​ໂລກ. ກອງ​ປະຊຸມ​ກໍ່​ຈະ​ຮັບຮອງ​​ເອົາເນື້ອ​​ໃນຂອງ​ແຜນການ​ດຳ​ເນີນ​ງານ​ຍຸດ​ທະ​ສາດ​ເຊື່ອມ​ໂຍງ​ດ້ານ​ການ​ເງິນ-​ເງິນຕາ​ ອາ​ຊຽນ ​ໄລຍະ 2016 – 2025. ນີ້​ແມ່ນ​ເອກະສານ​ສຳຄັນທີ່​ສຸດ ​ເຊິ່ງການ​ນຳ​ອາ​ຊຽນ ຈະ​ຮັບຮອງ​ເອົາ ຢູ່​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຈະດຳ​ເນີນ​ໃນ​​ເດືອນ 9 ປີ 2016 ຢູ່​ລາວ.

        ​ໃນ​ຕອນ​ເຊົ້າວັນ​ດຽວ​ກັນ, ກໍ່​ດຳ​ເນີນ​ພິທີ​ໄຂ​ກອງ​ປະຊຸມ​ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ ອາ​ຊຽນ ຄັ້ງທີ 12 (ACGM 12)

ຂ່າວ/ບົດ​ອື່ນ