ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຂັ້ນ​ສູງ​ອາ​ຊີ​ຕາ​ເວ​ັນ​ອອກ: ຂີດ​ໝາຍ 15 ປີ​ແຫ່ງ​ການ​ຮ່ວມ​ມື ແລະ ກຳ​ນົດ​ທິດ​ໄລ​ຍະໃໝ່

(VOVWORLD) -ໃນໂອກາດ 15 ປີແຫ່ງການສ້າງຕັ້ງ, ກອງປະຊຸມແມ່ນໂອກາດເພື່ອໃຫ້ບັນດາລັດຖະມົນຕີຕີລາຄາໝາກຜົນການຮ່ວມມືລະຫວ່າງບັດດາປະເທດໃນໄລຍະທີ່ຜ່ານມາ, ພ້ອມກັນກຳນົດທິດໃຫ້ແກ່ EAS ໃນໄລຍະໃໝ່
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຂັ້ນ​ສູງ​ອາ​ຊີ​ຕາ​ເວ​ັນ​ອອກ: ຂີດ​ໝາຍ 15 ປີ​ແຫ່ງ​ການ​ຮ່ວມ​ມື ແລະ ກຳ​ນົດ​ທິດ​ໄລ​ຍະໃໝ່ - ảnh 1ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ເປັນປະທານກອງປະຊຸມລັດຖະມົນຕີການຕ່າງປະເທດຂັ້ນສູງອາຊີຕາເວັນອອກຄັ້ງທີ 10 (ພາບ: TTXVN)

ໃນຂອບເຂດຂອງກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດອາຊຽນຄັ້ງທີ 53 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ຕອນຄ່ຳວັນທີ 9 ກັນຍາ, ໄດ້ດຳເນີນກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ 18 ປະເທດ ເຂົ້າຮ່ວມຂັ້ນສູງ ອາຊີຕາເວັນອອກ (EAS) ຄັ້ງທີ 10. ໃນໂອກາດ 15 ປີແຫ່ງການສ້າງຕັ້ງ, ກອງປະຊຸມແມ່ນໂອກາດເພື່ອໃຫ້ບັນດາລັດຖະມົນຕີຕີລາຄາໝາກຜົນການຮ່ວມມືລະຫວ່າງບັດດາປະເທດໃນໄລຍະທີ່ຜ່ານມາ, ພ້ອມກັນກຳນົດທິດໃຫ້ແກ່ EAS ໃນໄລຍະໃໝ່.

ທີ່ກອງປະຊຸມ, ບັນດາປະເທດຢັ້ງຢືນວ່າ: EAS ແມ່ນເວທີປາໄສເພື່ອໃຫ້ບັນດາການນຳຢູ່ພາກພື້ນປຶກສາຫາລືບັນດາບັນຫາຍຸດທະສາດ, ຊຸກຍູ້ການຜັນຂະຫຍາຍບັນດາຂົງເຂດຮ່ວມມືບຸລິມະສິດຢ່າງມີປະສິດທິຜົນ. ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງໃຫ້ຮູ້ວ່າ:

        ເນື່ອງໃນໂອກາດສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງ ໃນສະພາບການພາກພື້ນມີການປ່ຽນແປງຫຼາຍຢ່າງ, ກອງປະຊຸມແມ່ນໂອກາດເພື່ອໃຫ້ບັນດາປະເທດຕີລາຄາບັນດາບາດກ້າວທີ່ບັນລຸໄດ້ ແລະ ຍົກອອກບັນດາການກຳນົດທິດໃຫ້ແກ່ໄລຍະຮ່ວມມືໃໝ່. ໃນຖານະເປັນປະທານອາຊຽນ ກໍ່ຄື EAS ປີນີ້, ຫວຽດນາມບຸລິມະສິດແຖວໜ້າໃຫ້ແກ່ການສືບຕໍ່ສ້າງບັນດາຜົນງານທີ່ບັນລຸໄດ້ ແລະ ຮ່ວມມືກັບທຸກໆປະເທດເຂົ້າຮ່ວມຢ່າງແໜ້ນແຟ້ນເພື່ອເພີ່ມທະວີບົດບາດສຳຄັນຂອງ EAS ໃນໄລຍະໃໝ່, ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການໂອ້ລົມສົນທະນາ ແລະ ການຮ່ວມມືຮັກສາສັນຕິພາບ, ຄວາມໝັ້ນຄົງ, ວັດທະນາຖາວອນ ແລະ ການຮັມມືກັບບັນດາສິ່ງທ້າທາຍທີ່ພວມພົ້ນເດັ່ນຂຶ້ນໃນພາກພື້ນຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ