ກອງປະຊຸມລັດຖະມົນຕີພະລັງງານ ອາຊຽນ ຄັ້ງທີ 37

(VOVWORLD) -   ກອງປະຊຸມສຸມໃສ່ປຶກສາຫາລືບັນດາບັນຫາທີ່ກ່ຽວຂ້ອງເຖິງການຮ່ວມມືດ້ານພະລັງງານ ແນໃສ່ພັດທະນາການປະດິດຄິດສ້າງກ່ຽວກັບພະລັງງານໃນ ອາຊຽນ, ກໍ່ຄືກັບບັນດາປະເທດຄູ່ເຈລະຈາໃນໄລຍະຫັນປ່ຽນພະລັງງານໄປສູ່ສັງກາດພະລັງງານແບບຍືນຍົງ.
ກອງປະຊຸມລັດຖະມົນຕີພະລັງງານ ອາຊຽນ ຄັ້ງທີ 37 - ảnh 1ທ່ານນາຍົກລັດຖະມົນຕີ ໄທ ປຣາຣຸດ ຈັນໂອຊາ ກ່າວຄຳເຫັນທີ່ພິທີໄຂກອງປະຊຸມ  ພາບ:TTXVN

  ກອງປະຊຸມລັດຖະມົນຕີພະລັງງານ ອາຊຽນ ຄັ້ງທີ 37 (AMEM 37) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງດ້ວຍຫົວຂໍ້ວ່າ: “ຊຸກຍູ້ການຫັນປ່ຽນພະລັງງານ ຜ່ານການພົວພັນຄູ່ຮ່ວມມື ແລະ ປະດິດຄິດສ້າງ” ຖືກໄຂຂຶ້ນໃນຕອນເຊົ້າວັນທີ 04 ກັນຍາ ຢ່າງເປັນທາງການ ຢູ່ນະຄອນຫລວງ ບາງກອກ ປະເທດ ໄທ. ທ່ານ ດັ້ງຮ່ວາງແອັງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.

        ກອງປະຊຸມສຸມໃສ່ປຶກສາຫາລືບັນດາບັນຫາທີ່ກ່ຽວຂ້ອງເຖິງການຮ່ວມມືດ້ານພະລັງງານ ແນໃສ່ພັດທະນາການປະດິດຄິດສ້າງກ່ຽວກັບພະລັງງານໃນ ອາຊຽນ, ກໍ່ຄືກັບບັນດາປະເທດຄູ່ເຈລະຈາໃນໄລຍະຫັນປ່ຽນພະລັງງານໄປສູ່ສັງກາດພະລັງງານແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ