ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ພາກ​ພື້ນ

(VOVWORLD) - ໃນຂອບເຂດບັນດາການເຄື່ອນໄຫວກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 11 ພະຈິກ, ກອງປະຊຸມລັດຖະມົນຕີເສດຖະກິດ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໄດ້ດຳເນີນວາລະຈັດກຽມ ພາຍໃຕ້ຮູບການທາງອອນລາຍ.
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ພາກ​ພື້ນ - ảnh 1ວາລະຈັດກຽມ ກອງປະຊຸມລັດຖະມົນຕີເສດຖະກິດ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ  (ພາບ: congthuong.vn)

ກ່ອນໜ້ານັ້ນ, ບັນດາປະເທດສະມາຊິກຢັ້ງຢືນເຖິງເປົ້າໝາຍ ຈະເຮັດໃຫ້ສຳເລັດກ່ຽວກັບການລົງນາມໃນສັນຍາ RCEP ໃນປີ 2020 ເພື່ອແນໃສ່ຊຸກຍູ້ລະບົບການຄ້າຫຼາຍຝ່າຍ, ຫັນການຄ້າ ແລະ ການລົງທຶນເປັນເສລີ ແລະ ກໍແມ່ນການປະກອບສ່ວນສຳຄັນເຂົ້າໃນວິວັດການຟື້ນຟູພາຍຫຼັງໂລກລະບາດຢູ່ພາກພື້ນ.

        ທີ່ກອງປະຊຸມຂ່າວ ກ່ຽວກັບກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ວັນທີ 9 ພະຈິກ, ທ່ານ ຫງວຽນກວ໊ກຢຸງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ຫົວໜ້າ SOM ອາຊຽນ ຫວຽດນາມ, ໃຫ້ຮູ້ວ່າ ປັດຈຸບັນການເຈລະຈາ ສັນຍາ RCEP ໄດ້ສຳເລັດແລ້ວ. ບັນດາປະເທດພວມຊຸກຍູ້ການປະຕິບັດລະບຽບການຕ່າງໆພາຍໃນປະເທດ ເພື່ອສາມາດລົງນາມໃນວັນທີ 15 ພະຈິກ ຈະມາເຖິງ.

        “ສັນຍາ RCEP ໄດ້ໃຊ້ເວລາເຈລະຈາຫຼາຍປີ, ເພື່ອເຫັນໄດ້ວ່າ ມັນມີຄວາມໝາຍຢ່າງໃຫຍ່ຫຼວງຕໍ່ພາກພື້ນ, ພິເສດໃນສະພາບການປັດຈຸບັນ ເມື່ອໂລກຖືກຜົນກະທົບຈາກໂລກລະບາດໂຄວິດ - 19. ການລົງນາມໃນສັນຍາ RCEP ຈະສ້າງກຳລັງແຮງ, ຄວາມຜັກດັນໃໝ່ໃຫ້ແກ່ການພັດທະນາການຄ້າໃນພາກພື້ນ. ການລົງນາມໃນສັນຍາສະບັບນີ້ ແມ່ນຄວາມຄອງຄອຍຂອງທຸກປະເທດ ແລະ ມີຄວາມໝາຍສຳລັບ ຫວຽດນາມ ເມື່ອເປັນປະທານ ອາຊຽນ 2020.”

        ເມື່ອສັນຍາສະບັບດັ່ງກ່າວໄດ້ຮັບການລົງນາມ ຈະສ້າງຕະຫຼາດມີຂອບຂະໜາດຜູ້ບໍລິໂພກປະມານ 3,5 ຕື້ຄົນ ແລະ GDP ເກືອບ 49.000 ຕື້ USD, ເຊິ່ງກວມເອົາປະມານ 39% GDP ທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ