ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ: ຫວຽດນາມ ສະໜັບສະໜູນບັນດາຂໍ້ລິເລີ່ມບຸລິມະສິດການຮ່ວມມືເສດຖະກິດຂອງ ອິນໂດເນເຊຍ

(VOVWORLD) - ກອງປະຊຸມກໍ່ໄດ້ເຫັນດີເປັນເອກະພາບບັນດາບຸລິມະສິດເສດຖະກິດປີ 2023, ສຸມໃສ່ຂົງເຂດຕ່າງໆຄື: ການຄ້າສິນຄ້າ, ການບໍລິການ, ການລົງທຶນ, ການປົກປ້ອງຜູ້ບໍລິໂພກ…

ກອງປະຊຸມລັດຖະມົນຕີເສດຖະກິດ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ວົງແຄບຄັ້ງທີ 29 ໄດ້ດຳເນີນໃນວັນທີ 22 ມີນາ ຢູ່ Magelang, ປະເທດ ອິນໂດເນເຊຍ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເຈິ່ນກວັກແຄ໊ງ ນຳໜ້າ. ທີ່ກອງປະຊຸມ, ລັດຖະມົນຕີບັນດາປະເທດ ອາຊຽນ ໄດ້ຮັບຮອງເອົາ 7 ຂໍ້ລິເລິ່ມບຸລິມະສິດການຮ່ວມມືເສດຖະກິດຂອງ ອິນໂດເນເຊຍ ໃນປີ ປະທານ ອາຊຽນ 2023, ສຸມໃສ່ 3 ກຳນົດທິດຕົ້ນຕໍ, ຄື: ສ້າງການເຕີບໂຕພາກພື້ນຜ່ານການເຊື່ອມຕໍ່ຕະຫຼາດ ແລະ ຍົກສູງລັກສະນະແກ່ງແຍ້ງຄືນໃໝ່; ຍູ້ໄວການຫັນປ່ຽນ ແລະ ເຂົ້າຮ່ວມເສດຖະກິດດີຈີຕອນແບບກວມລວມ ແລະ ຊຸກຍູ້ການເຕີບໂຕເສດຖະກິດແບບຍືນຍົງ. ກອງປະຊຸມກໍ່ໄດ້ເຫັນດີເປັນເອກະພາບບັນດາບຸລິມະສິດເສດຖະກິດປີ 2023, ສຸມໃສ່ຂົງເຂດຕ່າງໆຄື: ການຄ້າສິນຄ້າ, ການບໍລິການ, ການລົງທຶນ, ການປົກປ້ອງຜູ້ບໍລິໂພກ… ກ່າວຄຳເຫັນທີ່ການຖະແຫຼງຂ່າວກ່ຽວກັບກອງປະຊຸມ, ທ່ານລັດຖະມົນຕີການຄ້າ ອິນໂດເນເຊຍ Zulkifli Hasan ເນັ້ນໜັກວ່າ:

        “ທີ່ກອງປະຊຸມຄັ້ງນີ້, ບັນດາປະເທດໄດ້ເຫັນດີເປັນເອກະພາບສະໜັບສະໜູນບັນດາບຸລິມະສິດ ແລະ ການສືບທອດຂອງສະພາທີ່ປຶກສາທຸລະກິດ ອາຊຽນ 2023. ກອງປະຊຸມໄດ້ຮັບຮອງເອົາ 7 ຂໍ້ລິເລີ່ມບຸລິມະສິດຮ່ວມມືເສດຖະກິດ ຂອງ ອິນໂດເນເຊຍ ໃນປີປະທານ ອາຊຽນ 2023. ກອງປະຊຸມກໍ່ເຫັນດີເອກະພາບບັນດາບຸລິມະສິດປະຈຳປີ 2023 ໃນຂົງເຂດເສດຖະກິດ; ເຫັນດີເປັນເອກະພາບຈັດແບ່ງແຫຼ່ງກຳລັງໃຫ້ແກ່ການຊຸກຍູ້ ແລະ ສ້າງສຳເລັດການເຈລະຈາຍົກລະດັບສັນຍາການຄ້າສິນຄ້າ ອາຊຽນ (ATIGA) ຕາມຂັ້ນຕອນທີ່ໄດ້ວາງອອກຢ່າງສຳເລັດຜົນ”.

ຕອບກັບ

ຂ່າວ/ບົດ​ອື່ນ