ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ບັນ​ດາ​ປະ​ເທດ ກຳ​ປູ​ເຈຍ - ລາວ - ມຽນ​ມາ - ຫວຽດ​ນ​າມ​ຄັ້ງ​ທີ 12

(VOVWORLD) -ຕອນເຊົ້າວັນທີ 24 ສິງຫາ 2020, ກອງປະຊຸມລັດຖະມົນຕີເສດຖະກິດ ບັນດາປະເທດ ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງທີ 12 (CLMV EMM 12) ໄດ້ຈັດຂຶ້ນຕາມຮູບການທາງອອນລາຍ.
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ບັນ​ດາ​ປະ​ເທດ ກຳ​ປູ​ເຈຍ - ລາວ - ມຽນ​ມາ - ຫວຽດ​ນ​າມ​ຄັ້ງ​ທີ 12 - ảnh 1ກອງປະຊຸມລັດຖະມົນຕີເສດຖະກິດ ບັນດາປະເທດ ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງທີ 12 (ພາບ: congthuong.vn

ນີ້ແມ່ນເຫດການສຳຄັນນອນໃນຂອບເຂດລາຍການຂອງກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນຄັ້ງທີ 52 (AEM 52). ຢູ່ກອງປະຊຸມລັດຖະມົນຕີເສດຖະກິດ CLMV ຄັ້ງທີ 12, ບັນດາປະເທດໄດ້ສຸມໃສ່ແລກປ່ຽນບາງບັນຫາຕົ້ນຕໍຄື: ການກວດກາຄືນໃໝ່, ຕີລາຄາສະພາບການຜັນຂະຫຍາຍແຜນການກະທຳຮ່ວມມືເສດຖະກິດ CLMV ໄລຍະ 2019 – 2020, ຮັບຮອງເອົາແຜນການກະທຳຮ່ວມມືເສດຖະກິດ CLMV ໄລຍະ 2021 – 2022, ແຜນການຮັບມື ແລະ ຟື້ນຟູ ພາຍຫຼັງໂລກລະບາດ Covid – 19.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຈິ່ນຕວັນແອງ ລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ໄດ້ສະເໜີໃຫ້ບັນດາປະເທດ CLMV ເພີ່ມທະວີການສົມທົບກັນກ່ຽວກັບນະໂຍບາຍ, ມາດຕະການແກ້ໄຂບັນດາຄວາມຫຍຸ້ງຍາກຈາກໂລກລະບາດ Covid  - 19. ທ່ານ ເຈິ່ນຕວັນແອງໄດ້ສະເໜີໃຫ້ບັນດາປະເທດ CLMV ຕັ້ງໜ້າ ແລະ ເປັນເຈົ້າການກ່ວາອີກ ໃນການສຳຜັດ ແລະ ສະເໜີໃຫ້ບັນດາຄູ່ຮ່ວມມືພັດທະນາໜູນຊ່ວຍແຫຼ່ງກຳລັງໃນການຜັນຂະຫຍາຍບັນດາການເຄື່ອນໄຫວ/ໂຄງການຮ່ວມມື CLMV ໃນໄລຍະໃໝ່.

ບັນດາລັດຖະມົນຕີເຫັນດີວ່າ ບັນດາປະເທດຕ້ອງເພີ່ມທະວີການສົມທົບເພື່ອຫຼຸດຜ່ອນຜົນກະທົບຕໍ່ການເຄື່ອນໄຫວຮ່ວມມືເສດຖະກິດ, ການຄ້າຂອງແຕ່ລະປະເທດ, ຮັກສາບັນດາກະແສການຄ້າ ແລະ ການລົງທຶນ, ພ້ອມທັງເພີ່ມທະວີກຳລັງພາຍໃນຂອງແຕ່ລະປະເທດໃນການຮັບມື ແລະ ຟື້ນຟູພາຍຫຼັງ ໂລກລະບາດ Covid – 19.

ຕອບກັບ

ຂ່າວ/ບົດ​ອື່ນ