ກອງ​ປະ​ຊ​ຸມ​ລັບ​ຢູ່​ສະ​ພາ​ຄວາມໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດກ່ຽວ​ກັບ​ບັນ​ຫາ ສ​ປ​ປ.ເກົາຫຼີ

(VOVWORLD) - ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງກອງປະຊຸມ, ທ່ານ Cho Tea-yul ໃຫ້ຮູ້ວ່າ “ພວກຂ້າພະເຈົ້າໄດ້ປຶກສາຫາລືກ່ຽວກັບບັນດາການຕີລາຄາຂອງຕົນຕໍ່ສະພາບການໃນປັດຈຸບັນ, ເພາະວ່າ ມັນກ່ຽວຂ້ອງເຖິງບັນດາການເຈລະຈາໃນອະນາຄົດກັບ ສປປ.ເກົາຫຼີ ແລະ ທິດທາງທີ່ຈະມາເຖິງ”.
ກອງ​ປະ​ຊ​ຸມ​ລັບ​ຢູ່​ສະ​ພາ​ຄວາມໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດກ່ຽວ​ກັບ​ບັນ​ຫາ ສ​ປ​ປ.ເກົາຫຼີ - ảnh 1ທ່ານ Stephen Biegun ທູດພິເສດຂອງ ອາເມລິກາຮັບຜິດຊອບກ່ຽວກັບ ສປປ.ເກົາຫຼີ (ພາບ: Getty Images)

ວັນທີ 12 ມິຖຸນາ, ທ່ານ Stephen Biegun ທູດພິເສດຂອງ ອາເມລິກາ ຮັບຜິດຊອບກ່ຽວກັບ ສປປ.ເກົາຫຼີ ໄດ້ເຂົ້າຮ່ວມກອງປະຊຸມລັບກັບບັນດາກຳມະການສະພາຄວາມໝັ້ນຄົງສະຫະປະຊາຊາດ, ໃນເວລາທີ່ບັນດາການເຈລະຈາກ່ຽວກັບການປອດນິວເຄຼຍມີແງ່ຫວັງວ່າຈະໄດ້ຮັບການເຊື່ອມຕໍ່ຄືນໃໝ່. ທ່ານ Biegun ໄດ້ພົບປະກັບບັນດາຜູ້ຕາງໜ້າປະຈຳການ ຂອງ15 ປະເທດ ກຳມະການ ສະພາຄວາມໝັ້ນຄົງສະຫະປະຊາຊາດ ຢູ່ ຄະນະປະຕິບັດງານອາເມລິກາ ປະຈຳ ສປຊ ແລະ ປຶກສາຫາລືກ່ຽວກັບບັນດາການຜັນແປມໍ່ມານີ້ໃນການພົວພັນກັບ ສປປ.ເກົາຫຼີ, ໃນນັ້ນມີເລື່ອງທ່ານ Kim Jong-un ການນຳ ສປປ.ເກົາຫຼີ ຫາກໍ່ສົ່ງຈົດໝາຍໃຫ້ທ່ານ Donald Trump ປະທານາທິບໍດີ ອາເມລິກາ. ເຂົ້າຮ່ວມກອງປະຊຸມດັ່ງກ່າວຍັງມີທ່ານ Cho Tea-yul ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປຊ ແລະ ທ່ານ ເອກອັກຄະລັດຖະທູດ ຍີ່ປຸ່ນ Koro Bessho.

        ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງກອງປະຊຸມ, ທ່ານ Cho Tea-yul ໃຫ້ຮູ້ວ່າ “ພວກຂ້າພະເຈົ້າໄດ້ປຶກສາຫາລືກ່ຽວກັບບັນດາການຕີລາຄາຂອງຕົນຕໍ່ສະພາບການໃນປັດຈຸບັນ, ເພາະວ່າ ມັນກ່ຽວຂ້ອງເຖິງບັນດາການເຈລະຈາໃນອະນາຄົດກັບ ສປປ.ເກົາຫຼີ ແລະ ທິດທາງທີ່ຈະມາເຖິງ”. ໃນຂະນະນັ້ນ, ທ່ານ Stephen Biegun ທູດພິເສດຂອງ ອາເມລິກາໄດ້ປະຕິເສດເປີດເຜີຍຂໍ້ມູນກ່ຽວກັບກອງປະຊຸມນີ້.

ຕອບກັບ

ຂ່າວ/ບົດ​ອື່ນ