ກອງປະຊຸມລະຫວ່າງລັດຖະບານອາຊຽນກ່ຽວກັບສິດທິມະນຸດຄັ້ງທີ 30

(VOVWORLD) -ນີ້ແມ່ນການເຄື່ອນໄຫວທຳອິດໃນອາຍຸການເປັນປະທານ AICHR 2020 ຂອງຫວຽດນາມ ເພື່ອແນໃສ່ກວດກາສະພາບການຜັນຂະຫຍາຍບັນດາການເຄື່ອນໄຫວໃນບັນດາໂຄງການບຸລິມະສິດຂອງ AICHR

ໃນລະຫວ່າງວັນທີ 18 – 21 ກຸມພາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມລະຫວ່າງລັດຖະບານອາຊຽນ ກ່ຽວກັບສິດທິມະນຸດ (AICHR) ຄັ້ງທີ 30 ໂດຍທ່ານເອກອັກຄະລັດຖະທູດຫວຽດນາມ ຫວຽນທ໊າຍເຢືອງ, ຜູ້ຕາງໜ້າ AICHR ຂອງຫວຽດນາມ, ປະທານ AICHR 2020, ເປັນປະທານ ພ້ອມກັບການເຂົ້າຮ່ວມຂອງບັນດາປະເທດສະມາຊິກອາຊຽນ ແລະ ຄະນະເລຂາອາຊຽນ. ນີ້ແມ່ນການເຄື່ອນໄຫວທຳອິດໃນອາຍຸການເປັນປະທານ AICHR 2020 ຂອງຫວຽດນາມ ເພື່ອແນໃສ່ກວດກາສະພາບການຜັນຂະຫຍາຍບັນດາການເຄື່ອນໄຫວໃນບັນດາໂຄງການບຸລິມະສິດຂອງ AICHR; ພິຈາລະນາບົດລາຍງານຫົວເລື່ອງສະເພາະທີ່ກ່ຽວຂ້ອງເຖິງບັນດາສິດຄື: ການສຶກສາ, ສິ່ງແວດລ້ອມ, ສິດຂອງແມ່ຍິງ, ເດັກນ້ອຍ… ທີ່ຕິດພັນກັບບັນດາບູລິມະສິດໃນເປົ້າໝາຍພັດທະນາແບບຍືນຍົງ 2020 ຂອງສະຫະປະຊາຊາດ.

          ໃນບົດບາດເປັນປະທານ, ຫວຽດນາມ ໄດ້ເປັນເຈົ້າການ, ຕັ້ງໜ້າຊຸກຍູ້ບັນດາໂຄງການດຳເນີນງານສຳຄັນ ເພື່ອແນໃສ່ເສີມຂະຫຍາຍບົດບາດຂອງ AICHR ໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ