ກ​ອງປະຊຸມວົງ​ແຄບ ລັດຖະມົນຕີການ​ຕ່າງປະ​ເທດ ອາ​ຊຽນ: ​ເຫັນ​ດີ​ເປັນ​ເອກະ​ພາບ​ຕ້ອງ​ເຄົາ​ລົບ​ກົດໝາຍສາກົນ ກ່ຽວກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ

(VOVWORLD) -   ຕອນບ່າຍວັນທີ 17 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວສາກົນ ໂດຍແຈ້ງໃຫ້ຊາບກ່ຽວກັບໝາກຜົນທີ່ບັນລຸໄດ້ໃນກອງປະຊຸມວົງແຄບ ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ (AMM Retreat) ເຊິ່ງໄດ້ດໍາເນີນໃນຕອນເຊົ້າວັນທີ 17 ມັງກອນ, ຢູ່ຍາຈາງ, ແຂວງແຄ໊ງຮວ່າ.
ກ​ອງປະຊຸມວົງ​ແຄບ ລັດຖະມົນຕີການ​ຕ່າງປະ​ເທດ ອາ​ຊຽນ: ​ເຫັນ​ດີ​ເປັນ​ເອກະ​ພາບ​ຕ້ອງ​ເຄົາ​ລົບ​ກົດໝາຍສາກົນ ກ່ຽວກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວສາກົນ (ພາບ: baoquocte.vn)

        ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໃຫ້ຮູ້ວ່າ: ໃນກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງນີ້, ຄະນະຜູ້ແທນຫວຽດນາມ ໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາບຸລິມະສິດໃນປີ ເປັນປະທານ ອາຊຽນ 2020 ດ້ວຍຫົວຂໍ້ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”. ກ່ຽວຂ້ອງເຖິງສະພາບການຢູ່ທະເລຕາເວັນອອກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງໃຫ້ຮູ້ວ່າ ບັນດາຜູ້ແທນໄດ້ໃຊ້ເວລາສ່ວນຫຼາຍ ເພື່ອແລກປ່ຽນ ແລະ ປຶກສາຫາລືຢ່າງເລິກເຊິ່ງກວ້າງຂວາງ; ໃນນັ້ນ ໄດ້ສະແດງຄວາມວິຕົກກັງວົນ ກ່ຽວກັບສະພາບການບູລະນະ, ຖົມດິນເປັນເກາະຢູ່ທະເລ, ໂດຍສະເພາະແມ່ນບັນດາການຜັນແປທີ່ເກີດຂຶ້ນຫວ່າງມໍ່ໆມານີ້, ໃນນັ້ນ ລວມມີບັນດາການກະທໍາລ່ວງລໍ້າອະທິປະໄຕເຂດນ່ານທະເລຂອງບາງປະເທດສະມາຊິກ ອາຊຽນຢ່າງຮ້າຍແຮງ.

        ກ່ຽວກັບບັນດາເນື້ອໃນທີ່ໜ້າສົນໃຈອື່ນ, ທ່ານ ຟ້າມບິ່ງມິງໃຫ້ຮູ້ວ່າ ລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ໄດ້ເຫັນດີເປັນເອກະພາບ ເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆໃຫ້ມີການພັດທະນາແບບຍືນຍົງ, ພັດທະນາເຂດອະນຸພາກພື້ນແມ່ນໍ້າຂອງ, ເພີ່ມທະວີສິດ, ອໍານາດໃຫ້ແກ່ແມ່ຍິງ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍ...

ຕອບກັບ

ຂ່າວ/ບົດ​ອື່ນ