ກອງປະຊຸມວົງແຄບບໍ່ເປັນທາງການຂອງເຈົ້າຫນ້າທີ່ຂັ້ນສູງ ອາຊຽນ - ຈີນ

ກອງປະຊຸມວົງແຄບບໍ່ເປັນທາງການຂອງເຈົ້າຫນ້າທີ່ຂັ້ນສູງ ອາຊຽນ - ຈີນ - ảnh 1
ບັນຫາທະເລຕະເວັນອອກແມ່ນ ເນື້ອໃນທີ່ໄດ້ຮັບການ ປຶກສາຫາລື
ໃນກອງປະຊຸມ
ພາບ: TTXVN


(vovworld) - ກອງ​ປະຊຸ​ມວົງ​​ແຄບ​ບໍ່​ເປັນ​ທາງ​ການ​ຂອງ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ (SOM) ອາ​ຊຽນ - ຈີນ  ດຳ​ເນີນ​ໃນ​ວັນ​ທີ 28 -29/10 ຢູ່ ພັດທະ​ຍາປະ​ເທດ​ໄທ. ທ່ານ  Pham Quang Vinh, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ,​ ຫົວຫນ້າ SOM ອາ​ຊຽນ ນຳ​ຫນ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າຮ່ວມ​ກອງ​ປະຊຸມ. ​ໃນ​ສອງ​ວັນ​ທີ​່ດຳ​ເນີນ​ກອງ​ປະຊຸມ, ສອງ​ຝ່າຍ​ໄດ້​ປືກສາ​ຫາລື​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ​່​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ ອາ​ຊຽນ - ຈີນ ​ແລະ ​ແລກປ່ຽນ​ກ່ຽວ​ກັບ​ວຽກ​ງານ​ກະ​ກຽມ​​ໃຫ້​ແກ່ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ - ຈີນ ​ຊຶ່ງ​ຈະ​ຈັດ​ຕັ້ງ​ຢູ່ ກຳປູ​ເຈຍ ​ໃນ​ທ້າຍ​ເດືອນ 11/2012. ທີ່​ກອງ​ປະຊຸມ​, ບັນດາ​ປະ​ເທດ ອາ​ຊຽນ ​ແລະ ຈີນ ກໍ​ໄດ້​ຢັ້ງຢືນ​ບົດບາດ​ຄວາມ​ສຳຄັນ​ຂອງ​ການ​ປະຕິບັດ​ຖະ​ແຫລ​ງການ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຫລື DOC ຢ່າ​ງ​ເຂັ້ມ​ງວດ ​ແລະ ຄົບ​ຖ້ວນ. ​ແລະ ພ້ອມ​ກັນ​ປະສານ​ງານ​ສູ້​ຊົນ​ເພື່ອ​ເລີ່​ມຕົ້ນ​ການ​ປຶກສາ​ຫາລື​ກ່ຽວກັບ​ວິວັດທະນາ​ການ​ສ້າງ​ຂໍ້​ກຳນົດ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຫລື COC.

ກ່າວ​ຄຳ​ເຫັນທີ່​ກອງ​ປະຊຸມ, ທ່ານ Pham Quang Vinh ​ໄດ້​ຢືນຢັນ​ຄວາ​ມສຳຄັນ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເພື່ອ​ສັນຕິພາບ ​ແລະ ຄວາມ​ວັດທະນາ​ຖາວອນ ລະຫວ່າງ ອາ​ຊຽນ ​ແລະ ຈີນ, ພ້ອມ​ກັນ​ນັ້ນ ກໍ​ຊີ້​ແຈງ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນ​ຂອບ​ເຂດ​ແຜນການ​ດຳ​ເນີນ​ງານ ອາ​ຊຽນ - ຈີນ ​ແຕ່​ປີ 2011 -2015 ຢ່າງ​ມີ​ປະສິດທິ​ຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ