ກອງປະຊຸມວົງແຄບລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ

ກອງປະຊຸມວົງແຄບລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ - ảnh 1
ທ່ານ​ພົນ​ເອກ ​​ໂງ​ຊວນ​ລີກ ລັດຖະມົນຕີ​ກະຊວງ
ປ້ອງ​ກັນ​ປະ​ເທດ ຫວຽດນາມ ນຳ​ໜ້າ​ເຂົ້າ​ຮ່ວມ​ກອງ​ປະຊຸມ​

(vovworld) - ກອງ​ປະຊຸມ​ວົງ​ແຄບ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ບັນດາ​ປະ​ເທດ ອາ​ຊຽນ (ADMM ວົງ​ແຄບ) ​ແລະ ການ​ພົບ​ປະ​ບໍ່​ເປັນ​ທາ​ງການ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ - ຍີ່ປຸ່ນ ຖືກ​ດຳ​ເນີນ​ໄປ​ຢ່າງ​ຈົບງາມ​ໃນ​ວັນ​ທີ 16/11 ຢູ່​ນະຄອນຫລວງ ວຽງ​ຈັນ, ລາວ. ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ ຫວຽດນາມ ​ໂດຍ​ທ່ານ​ພົນ​ເອກ ​​ໂງ​ຊວນ​ລີກ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ນຳ​ໜ້າ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳຄັນ​ນີ້. ທີ່​ກອງ​ປະຊຸມ, ທ່ານ​ພົນ​ເອກ ​ໂງ​ຊວນ​ລີກ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ຊີ້​ແຈ້ງວ່າ: ການ​ເຈລະຈາ, ການ​ຮ່ວມ​ມື​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ພັດທະນາ ຍັງ​ຄົງແມ່ນ​ທ່າ​ອ່ຽງຕົ້ນຕໍ​ໃນ​ການ​ພົວພັນ​ລະຫວ່າງ​ບັນດາ​ປະ​ເທ​ດ. ​ເພື່ອ​ໄດ້​ຮັບ​ຜົນງານ​ດັ່ງກ່າວ, ກ່ອນ​ອື່ນ​ໝົດ​​ແມ່ນ​ຍ້ອນມີ​ນ້ຳ​ໃຈ​ສາມັກຄີ, ​ເປັນ​ເອກະ​ພາບ​ຂອງ ອາ​ຊຽນ, ​ເຄື່ອນ​ໄຫວ​ບົນ​ຫຼັກການ​ເຫັນ​ດີ​ເຫັນ​ພ້ອມ, ​ໃນ​ການ ມີ​ການ​ປະກອບສ່ວນ​ຂອງ ADMM. ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ຖື​ວ່າ: ໜຶ່ງ​ໃນ​ບັນດາ​ບັນຫາ ​ເຊິ່ງພາກ​ພື້ນພວມ​​ເອົາ​ໃຈ​ໃສ່​ໃນ​ປະຈຸ​ບັນ ນັ້ນ​ແມ່ນ ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ກໍ່​ຍົກຄຳ​ເຫັນ​ກ່ຽວ​ກັບ​ທິດ​ທາງຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ ລະຫວ່າງ ອາ​ຊຽນ ກັບ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື ພິ​ເສດ​ແມ່ນ​ກົນ​ໄກ​ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ບັນດາ​ປະ​ເທດ ອາ​ຊຽນ ​ເປີດ​ກ້ວາງ (ADMM+). ຕາມ​ທ່ານ​ພົນ​ເອກ ​ໂງ​ຊວນ​ລີກ ​ແລ້ວ, ການ​ຮ່ວມ​ມື​ໃນ ADMM+ ຈະ​ເສີມ​ຂະຫຍາຍ​ປະ​ສິດທິ​ຜົນ​ກ່ວາ ຖ້າ​ຫາກ​​ຄູ່​ຮ່ວມ​ມື ​ແລະ ບັນດາ​ປະ​ເທດສະມາ​ຊິກ​ ອາ​ຊຽນ ​ເຄົາລົບ ​ແລະ ປະຕິບັດ​ກົດ​ບັດ​ ອາ​ຊຽນ ຢ່າງ​ຄົບ​ຖ້ວນ, ພິ​ເສດ ​ແມ່ນ​ຂໍ້​ກຳນົດ​ກົດ​ລະບຽບ​ກ່ຽວ​ກັບ​ຄູ່​ຮ່ວມ​ມື​ເຈລະຈາ​ຂອງ ອາ​ຊຽນ. ​ໃນ​ນັ້ນ ມີ​ຄຳ​ຮຽກຮ້ອງ​ຈຳນວນ​ໜຶ່ງ​ຕ້ອງ​ໃຫ້​ຮັບ​ປະກັນ ​ເຊັ່ນ: ຕ້ອງ​ມີ​ຄວາມ​ສາມັກ​ຄີ, ​ເຫັນ​ອົກ​ເຫັນ​ໃຈ ​ແລະ ດຳ​ເນີນ​ງານ ມີ​ຄວາມ​ຮັບຜິດຊອບ​ໃນ ອາ​ຊຽນ ກໍ່​ຄື​ລະຫວ່າງ​ບັນດາ​ປະ​ເທ​​ດ ຄູ່​ຮ່ວມ​ມື​ເຈລະຈາ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​, ຄວາມໝັ້ນຄົງ​ລວມຂອງ​ພາກ​ພື້ນ.

        ​ເນື່ອງ​​ໃນ​ໂອກາດ​ນີ້, ທ່ານ​ພົນ​ເອກ​ ​ໂງ​ຊວນ​ລີກ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ພົບ​ໂທ ຈັນ​ສະໝອນ ຈັນ​ຍະ​ລາດ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ລາວ, ທີ່​ການ​ພົບ​ປະ ພົນ​ເອກ ​ໂງ​ຊວນ​ລີກ ຢືນຢັນ​ທັດສະນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ ​ແມ່ນ​ຍາມ​ໃດ​ກໍ່ຖື​ເປັນ​ສຳຄັນ​ການ​ປັງ​ປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ສາມັກຄີ​ມິ​ດຕະພາ​ບ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ກັບ ລາວ. ລັດຖະມົນຕີ​ທັງ 2 ທ່ານ ​ເຫັນ​ດີ​ເປັນ​ເອກະສັນ, ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍສືບ​ຕໍ່​ຍູ້​ແຮງການ​ຮ່ວມ​ມື​ປ້ອງ​ກັນຊາ​ດຕາມ​ທິດມີ​ປະສິດທິ​ຜົນ, ​ແທດ​ຈິງ, ນຳ​​ເອົາ​ຜົນ​ປະ​ໂຫຍ​ດມາ​ໃຫ້ 2 ປະ​ເທດ ກໍ່​ຄື​ປະ​ກອບ​ສ່ວນ​ຢ່າງ​ຕັ້ງໜ້າ ​ເພື່ອ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ.

ຂ່າວ/ບົດ​ອື່ນ