ກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ

(VOVWORLD) - ໃນຂອບເຂດກອງປະຊຸມວົງແຄບລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ (AMM Retreat 2019), 

ລັດຖະມົນຕີການຕ່າງປະເທດ 10 ປະເທດ ອາຊຽນ ໄດ້ຈັດກອງປະຊຸມແຕ່ວັນທີ 17 – 18 ມັງກອນ ຢູ່ ຊຽງໃໝ່, ໄທ ເພື່ອປຶກສາຫາລືກ່ຽວກັບໂຄງການຮ່ວມມືພາຍໃນກຸ່ມ ອາຊຽນ, ບັນດາບັນຫາສາກົນ ແລະ ພາກພື້ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

        ດ້ວຍຫົວຂໍ້ ອາຊຽນ 2019 ແມ່ນ “ຊຸກຍູ້ການພົວພັນຄູ່ຮ່ວມມືເພື່ອຄວາມໝັ້ນຄົງ”, ກອງປະຊຸມຄັ້ງນີ້ ຈະປຶກສາຫາລືໜ້ອຍສຸດແມ່ນ 5 ບັນຫາໃຫຍ່ທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງ ແລະ ສະຖຽນລະພາບພາກພື້ນ, ລວມມີ ຂໍ້ລິເລີ່ມ ອິນເດຍ - ປາຊີຟິກ, ວິກິດການຢູ່ Rakhine, ມຽນມາ, ສະພາບໃນການແຫຼມ ເກົາຫຼີ, ການຄັດແຍ້ງອະທິປະໄຕຢູ່ທະເລຕາເວັນອອກ ແລະ ວິໄສທັດ ອາຊຽນ 2040…

        ໃນນັ້ນ, ກ່ຽວກັບບັນຫາທະເລຕາເວັນອອກ, ບັນດານັກຊ່ຽວຊານໃນພາກພື້ນມີຄວາມຫວັງວ່າ ບັນດາການເຈລະຈາກ່ຽວກັບກົດແຫ່ງການປະພຶດຢູ່ທະເລຕາເວັນອອກກັບ ຈີນ (COC) ຈະສຳເລັດໃນອາຍຸການ ໄທ ເປັນປະທານ ອາຊຽນ ປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ