ກອງປະຊຸມວົງແຄບລັດຖະມົນຕີເສດຖະກິດ ອາຊຽນ ປຶກສາຫາລືມາດຕະການເພີ່ມທະວີການເຊື່ອມໂຍງຢູ່ພາກພື້ນ

(VOVWORLD) - ທ່ານ Lim Hng Kiang, ລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກຳ ສິງກະໂປ ເນັ້ນໜັກວ່າ: ກອງປະຊຸມຄັ້ງນີ້ແມ່ນກາລະໂອກາດເພື່ອໃຫ້ບັນດາລັດຖະມົນຕີປຶກສາຫາລືຢ່າງກົງໄປກົງມາ...

ກອງປະຊຸມວົງແຄບລັດຖະມົນຕີເສດຖະກິດ ອາຊຽນ ປຶກສາຫາລືມາດຕະການເພີ່ມທະວີການເຊື່ອມໂຍງຢູ່ພາກພື້ນ - ảnh 1

 ທ່ານ ຮອງລັດຖະມົນຕີ ເຈີ່ນກວກແຄ໋ງ

(ພາບ: Xuân Vịnh/TTXVN )

ຕອນເຊົ້າວັນທີ 1 ມີນາ, ລັດຖະມົນຕີກະຊວງເສດຖະກິດ 10 ປະເທດ ອາຊຽນ ເລີ່ມໂຮມປະຊຸມຢູ່ ສິງກະໂປ ໃນຂອບເຂດກອງປະຊຸມວົງແຄບລັດຖະມົນຕີເສດຖະກິດ ອາຊຽນ (AEM Retreat) ຄັ້ງທີ 24, ດຳເນີນໄປໃນລະຫວ່າງວັນທີ 1 – 2 ມີນາ. ໂດຍໄດ້ຮັບການມອບໝາຍຂອງທ່ານ ເຈີ່ນຕ໋ວນແອງ, ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ, ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ຮອງລັດຖະມົນຕີ ເຈີ່ນກວກແຄ໋ງ ນຳໜ້າເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານ Lim Hng Kiang, ລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກຳ ສິງກະໂປ ເນັ້ນໜັກວ່າ: ກອງປະຊຸມຄັ້ງນີ້ແມ່ນກາລະໂອກາດເພື່ອໃຫ້ບັນດາລັດຖະມົນຕີປຶກສາຫາລືຢ່າງກົງໄປກົງມາ ກ່ຽວກັບບັນດາສິ່ງທ້າທາຍດ້ານເສດຖະກິດເຊິ່ງ ອາຊຽນ ຕ້ອງປະເຊີນໜ້າ, ກໍ່ຄືບັນດາມາດຕະການເພີ່ມທະວີການເຊື່ອມໂຍງພາກພື້ນ. ບົນພື້ນຖານວິໄສທັດປະຊາຄົມເສດຖະກິດ (AEC) 2025.

ຕອບກັບ

ຂ່າວ/ບົດ​ອື່ນ