ກອງປະຊຸມວິທະຍາສາດ “ທ່ານ ຫວໍຈີກົງ - ຜູ້ນຳດີເລີດຂອງພັກ ແລະ ການປະຕິວັດ ຫວຽດນາມ”

(VOVWORLD) -ມີກວ່າ 40 ບົດປະກອບຄວາມເຫັນໄດ້ກ່າວຢູ່ກອງປະຊຸມສຳມະນາ.
ກອງປະຊຸມວິທະຍາສາດ “ທ່ານ ຫວໍຈີກົງ - ຜູ້ນຳດີເລີດຂອງພັກ ແລະ ການປະຕິວັດ ຫວຽດນາມ” - ảnh 1ກອງປະຊຸມສຳມະນາ
(ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດປະທານສະພາແຫ່ງລັດ ຫວຽດນາມ ຫວໍຈີກົງ (07 ສິງຫາ 1912 – 07 ສິງຫາ 2022), ຕອນເຊົ້າວັນທີ 06 ສິງຫາ, ຢູ່ນະຄອນ ຕາມກີ, ແຂວງ ກວາງນາມ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ຄະນະໂຄສະນາສຶກສາສູນກາງພັກ ແລະ ຄະນະພັກແຂວງ ກວາງນາມ ໄດ້ສົມທົບກັນຈັດກອງປະຊຸມສຳມະນາວິທະຍາສາດດ້ວຍຫົວຂໍ້ “ທ່ານ ຫວໍຈີກົງ - ຜູ້ນຳດີເລີດຂອງພັກ ແລະ ການປະຕິວັດ ຫວຽດນາມ, ເປັນລູກຜູ້ດີເດັ່ນຂອງບ້ານເກີດເມືອງນອນ ກວາງນາມ”.

        ມີກວ່າ 40 ບົດປະກອບຄວາມເຫັນໄດ້ກ່າວຢູ່ກອງປະຊຸມສຳມະນາ. ກ່ທ່ານ ຫງວຽນຊວັນທັງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງ, ເນັ້ນໜັກວ່າ:

        “ທ່ານ ຫວໍຈີກົງ ແມ່ນຜູ້ນຳທີ່ມີວິຖີຊີວິດລຽບງ່າຍ, ຄ່ຽມຄົມ, ໃກ້ຊິດ, ສັດຊື່ບໍລິສຸດກັບປະຊາຊົນ. ຊີວິດແຫ່ງການເຄື່ອນໄຫວປະຕິວັດຂອງທ່ານແມ່ນແບບຢ່າງຄຸນສົມບັດໃສແຈ້ງທີ່ປະໄວ້ໃຫ້ລຸ້ນລູກ, ລຸ້ນຫຼານບັນດາບົດຮຽນທີ່ຄ່າທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງຢ່າງເລິກເຊິ່ງ. ນັ້ນແມ່ນບົດຮຽນກ່ຽວກັບການບຳລຸງຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ, ນ້ຳໃຈຮັກຊາດຢ່າງບໍ່ຢຸດຢັ້ງ.”

        ຕອນຄ່ຳວັນດຽວກັນ, ຢູ່ແຂວງ ກວາງນາມ ໄດ້ຈັດພິທີສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດປະທານສະພາແຫ່ງລັດຫວຽດນາມ ຫວໍຈີກົງ.

ຕອບກັບ

ຂ່າວ/ບົດ​ອື່ນ