ກອງປະຊຸມວິທະຍາສາດຕົວຈິງກ່ຽວກັບບັນດາບັນຫາຮ້ອນເຮັ່ງຂອງຂະແໜງຫວຽດນາມວິທະຍາ

(VOVWORLD) -ວັນທີ 30 ພຶດສະພາ, ຢູ່ນະຄອນຫຼວງມົດສະກູ, ປະເທດສະຫະພັນລັດເຊຍ, ສູນຄົ້ນຄວ້າຫວຽດນາມ ແລະ ອາຊຽນ - ສະຖາບັນຕາເວັນອອກໄກ - ສະຖາບັນບັນດິດວິທະຍາສາດລັດເຊຍ ໄດ້ຈັດກອງປະຊຸມວິທະຍາສາດສະເພາະຂະແໜງຫວຽດນາມ ວິທະຍາ ດ້ວຍຫົວຂໍ້ວ່າ: “ສັນຍາປາຣີ ກ່ຽວກັບການສ້າງສັນຕິພາບຢູ່ຫວຽດນາມ ຄືນໃໝ່”. 
ກອງປະຊຸມວິທະຍາສາດຕົວຈິງກ່ຽວກັບບັນດາບັນຫາຮ້ອນເຮັ່ງຂອງຂະແໜງຫວຽດນາມວິທະຍາ - ảnh 1(ພາບເອກະສານ) 

ກອງປະຊຸມໄດ້ຮັບການຈັດຕັ້ງເນື່ອງໃນໂອກາດຄົບຮອບ 50 ປີແຫ່ງວັນເລີ່ມຕົ້ນເຈລະຈາ ແລະ 45 ປີແຫ່ງວັນສຳເລັດການລົງນາມໃນສັນຍາສັນຕິພາບ, ຢຸດຕິສົງຄາມຢູ່ຫວຽດນາມ. ກອງປະຊຸມໄດ້ແບ່ງວາລະປຶກສາຫາລືອອກເປັນ 5 ຄັ້ງ, ສຸມໃສ່ບັນດາເນື້ອໃນຄື: “ສັນຍາປາຣີ ກ່ຽວກັບການສ້າງສັນຕິພາບຄືນໃໝ່ ແລະ ສົງຄາມຂອງອາເມລິກາ ຢູ່ຫວຽດນາມ”; ໂຕະມົນກ່ຽວກັບບັນດາການພົວພັນຫວຽດນາມ - ອາເມລິກາ ໃນປະຈຸບັນ; “ຫວຽດນາມ, ລັດເຊຍ ແລະ ອາຊີຕາເວັນອອກ”… ທ່ານ Vladimir Mazurin, ປະລິຍາເອກວິທະຍາສາດເສດຖະກິດ, ຫົວໜ້າສູນຄົ້ນຄວ້າຫວຽດນາມ ແລະ ອາຊຽນ - ສະຖາບັນຕາເວັນອອກໄກ - ສະຖາບັນບັນດິດວິທະຍາສາດລັດເຊຍ, ໃຫ້ຮູ້ກ່ຽວກັບຈຸດປະສົງຂອງການຈັດຕັ້ງກອງປະຊຸມ.

      “ປີນີ້, ຫວຽດນາມ ສະເຫຼີມສະຫຼອງ 45 ປີແຫ່ງວັນສຳເລັດການລົງນາມໃນສັນຍາປາຣີ. ນີ້ແມ່ນໄຊຊະນະຢ່າງໃຫຍ່ຫຼວງຂອງຫວຽດນາມ, ສິ້ນສຸດສົງຄາມ ແລະ 50 ປີແຫ່ງວັນເລີ່ມຕົ້ນການເຈລະຈາ. ບໍ່ພຽງແຕ່ມີກອງປະຊຸມຂອງພວກຂ້າພະເຈົ້າເທົ່ານັ້ນ, ຫາກຂອງຂວັນກໍໄດ້ມອບໃຫ້ບັນດານັກສຶກສາຍາດໄດ້ຊະນະໃນການເສັງ Olimpic ເນື່ອງໃນເຫດການນີ້ອີກດ້ວຍ. ດ້ານອື່ນ, ພວກຂ້າພະເຈົ້າເຫັນໄດ້ຄວາມສຳຄັນເພື່ອໄຈ້ແຍກບັນດາບົດຮຽນຂອງບັນດາເຫດການດັ່ງກ່າວ, ບັນດາມາດຕະການເຊິ່ງຫວຽດນາມ ໄດ້ໝູນໃຊ້ໃນຈຸດເວລານັ້ນ”.

ຕອບກັບ

ຂ່າວ/ບົດ​ອື່ນ