ກອງປະຊຸມວິທະຍາສາດສາກົນ“ປັບປຸງລະບົບຕົວເລກຄາດໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມ”

ກອງປະຊຸມວິທະຍາສາດສາກົນ“ປັບປຸງລະບົບຕົວເລກຄາດໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມ” - ảnh 1
ຫົວ​ໜ້າ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ ເວືອງ​ດິ່ງ​ເຫ້ວ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ

(vovworld) – ກອງ​ປະ​ຊຸມ​ສຳ​ມະ​ນາ “ປັບ​ປຸງ​ລະ​ບົບ​​ຕົວ​ເລກ​ຄາດ​ໝາຍ​ແຜນ​​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ” ໂດຍ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ, ກຳ​ມາ​ທິ​ການເສດ​ຖະ​ກິດ​ຂອງ​ສະ​ພາ​ແຫ່ງ​ຊາດ, ທະ​ນາ​ຄານ​ໂລກ​ປະ​ຈຳ ຫວຽດ​ນາມ, ມະ​ຫາ​ວິ​ທະ​ຍາ​ໄລ​ເສດ​ຖະ​ກິດ ຫວຽດ​ນາມ ສົມ​ທົບ​ກັນ​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 23/6, ຢູ່​ຮ່າ​ໂນ້ຍ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ ໄດ້ສະ​ເໜີ​ບັນ​ດາ​ມາດ​ຕະ​ການ​ລະ​ອຽດ​ເພື່ອກໍ່​ສ້າງ ແລະ ຈ​ັດ​ຕັ້ງ​​ການປະ​ຕິ​ບັດ​ລະ​ບົບ​​ບັນ​ດາ​ຕົວ​ເລກ​ຄາດ​ໝາຍ​ຂອງແຜນ​​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ເຊິ່ງຈະ​ໄດ້​ຮັບ​ການ​ປະ​ກາດ​ໃຊ້. ໃນ​ເບື້ອງ​ຕົ້ນ, ກອງ​ປະ​ຊຸມ​ສຳ​ມະ​ນາ​ເຫັນ​ດີ​ເປັນ​ເອ​ກະ​ສັນ​​ວ່າ​ການ​ປັບ​ປຸງບັນ​ດາ​​ຕົວ​ເລກ​ຄາດ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ຕ້ອງ​ໄດ້​ຮັບ​ການ​ດຳ​ເນີນ​ບົນ​ພື້ນ​ຖານ​ເພີ່ມ​ທະ​ວີ​ບົດ​ບາດ, ຄວາມ​ຮັບ​ຜິດ​ຊອບ​ຂອງ​ອົງ​ການ​ວາງ​ແຜນ, ອົງ​ການ​ສະ​ຖິ​ຕິ​ຢູ່​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ແລະ ບັນ​ດາ​ຫົວ​ໜ່ວຍ​ກ່ຽວ​ຂ້ອງ, ຍົກ​ສູງ​ຄຸນ​ນະ​ພາບ ແລະ ປະ​ສິດ​ທິ​ຜົນ​ແຫຼ່ງ​ຂໍ້​ມູນ​ຂ່​າວ​ສານ​ໂດຍ​ອົງ​ການ​ສະ​ຖິ​ຕິ​ຮາກ​ຖານ​ເກັບ​ມາ​ໄດ້, ລະ​ບົບ​​ຕົວ​ເລກ​ຄາດ​ໝາຍ​ຂອງແຜນ​​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຕ້ອງ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ, ພ້ອມ​ທັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເປັນ​ເຈົ້າ​ການ​ໃນ​ການເຊື່ອມ​ໂຍງ​ນັບ​ມື້​ນັບ​ເລິກ​ເຊິ່ງ, ກ້​ວາງ​ຂວາງ​ກັບ​ສາ​ກົນ, ຕິດ​ພັນ​ກັບ​ການ​ປ່ຽນ​ໃໝ່​ບັນ​ດາ​ການ​ເຄື່ອນ​ໄຫວ​ວຽກ​ງານ​ສ້າງ​ແຜນ​ການ, ສະ​ຖິ​ຕິ, ພ້ອມ​ທັງ​​ປັບ​ປຸງ​ກົງຈັກ​ການ​ຈັດ​ຕັ້ງ, ຮັບ​ປະ​ກັນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ສະ​ພາບ​ແວດ​ລ້ອມ​ດ້ານ​ນິ​ຕິ​ກຳ, ພື້ນ​ຖານ​ດ້ານ​ເຕັກ​ນິກ ແລະ ບັນ​ດາ​ເງື່ອນ​ໄຂ​ອື່ນໆ​ເພື່ອ​ຜັນ​ຂ​ະ​ຫຍາຍ​ການ​ປະ​ຕິ​ບັດ​ຢ່າງ​ທັນ​ການ ແລະ ມີ​ປະ​ສິດ​ທິ​ຜົນ.

 

ຂ່າວ/ບົດ​ອື່ນ