ກອງປະຊຸມວິທະຍາສາດແຫ່ງຊາດ “ເສີມຂະຫຍາຍກຳລັງແຮງທົ່ວປວງຊົນປ້ອງກັນຄວາມສະຫງົບແຫ່ງຊາດໃນສະພາບການໃໝ່”

(VOVWORLD) -      ຕອນເຊົ້າວັນທີ 16/8, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດໄດ້ສົມທົບກັບສະຖາບັນ ການເມືອງແຫ່ງຊາດ ໂຮ່ຈີມິນ, ກຳມາທິການປ້ອງກັນຊາດ ປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດ ແລະ ສຳນັກພິມການເມືອງແຫ່ງຊາດ ຊຶເທິດ ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດລະດັບຊາດທີ່ມີ ຫົວຂໍ້ "ເສີມຂະຫຍາຍຄວາມເຂັ້ມແຂງຂອງທົ່ວປວງຊົນທັງຊາດເພື່ອປ້ອງກັນຄວາມສະຫງົບແຫ່ງຊາດໃນສະພາບການໃໝ່ ".
ກອງປະຊຸມວິທະຍາສາດແຫ່ງຊາດ “ເສີມຂະຫຍາຍກຳລັງແຮງທົ່ວປວງຊົນປ້ອງກັນຄວາມສະຫງົບແຫ່ງຊາດໃນສະພາບການໃໝ່” - ảnh 1ກອງປະຊຸມວິທະຍາສາດແຫ່ງຊາດ “ເສີມຂະຫຍາຍກຳລັງແຮງທົ່ວປວງຊົນປ້ອງກັນຄວາມສະຫງົບແຫ່ງຊາດໃນສະພາບການໃໝ່”

     ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາທິດສະດີສູນກາງ ຫງວຽນຊວນທັ້ງ ຖືວ່າ: ການປ້ອງກັນຄວາມສະຫງົບແຫ່ງຊາດ ແມ່ນໜ້າທີ່ສຳຄັນ ແລະ ມີຄວາມໝາຍເປັນຕາຍ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດສັງຄົມນິຍົມ. ໂດຍສືບທອດແລະ ເສີມຂະຫຍາຍມູນເຊື້ອ ແລະ ສິລະປະໃນການປົກປັກຮັກສາປະເທດຊາດຂອງຊາດຫວຽດນາມ, ເສີມຂະຫຍາຍກຳລັງແຮງຂອງທົ່ວປວງຊົນ ປ້ອງກັນຄວາມສະຫງົບແຫ່ງຊາດ ແມ່ນທັດສະນະພື້ນຖານຂອງພັກ ແລະ ລັດ ເພື່ອແນໃສ່ປຸກລະດົມ ແລະ ຊຸກຍູ້ການສົມທົບກັນຢ່າງແໜ້ນແຟ້ນ, ຮອບດ້ານ ແລະ ແໜ້ນແຟ້ນລະຫວ່າງກຳລັງພາຍໃນກັບກຳລັງແຮງພາຍນອກ, ກຳລັງແຮງຂອງຊາດ ກັບກຳລັງແຮງຂອງຍຸກສະໄໝເພື່ອປະຕິບັດໜ້າທີ່ ປ້ອງກັນຄວາມສະຫງົບແຫ່ງຊາດໃຫ້ສຳເລັດຜົນ. ທ່ານປະທານສະພາທິດສະດີສູນກາງ ຫງວຽນຊວນທັ້ງ ຖືວ່າ :

       “ພຶດຕິກຳຕົວຈິງນັ້ນແມ່ນຫຼັກຖານທີ່່ມີຊີວິດຊີວາ ແລະ  ຊັດເຈນທີ່ສຸດ ສະແດງໃຫ້ເຫັນ ການນຳພາຢ່າງເດັດດ່ຽວ ໂດຍກົງ ຂອງພັກ ແມ່ນປັດໄຈຕັດສິນຊີ້ຂາດ ເພື່ອຮັບປະກັນໄຊຊະນະຂອງການເສີມຂະຫຍາຍກຳລັງແຮງທົ່ວປວງຊົນ ປ້ອງກັນຄວາມສະຫງົບແຫ່ງຊາດ; ຮັບປະກັນການເຕີບໃຫຍ່ເຂັ້ມແຂງ ແລະ ຄວາມຕັດສິນໃຈຍາດເອົາໄຊຊະນະ, ຍາມໃດກໍ່ສຳເລັດການປະຕິບັດໜ້າທີ່ ແລະ ວຽກງານຂອງກຳລັງປະກອບອາວຸດໃນທຸກສະພາບການ; ຮັບປະກັນໃຫ້ກອງທັບ, ຕຳຫຼວດຮັກສາທາດແທ້ປະຕິວັດ, ລັກສະນະຂອງພັກ, ຂອງປະຊາຊົນ ແລະ ຂອງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ