ກອງ​ປະ​ຊຸມ​ວິ​ສາ​ມັນ​ຄັ້ງ​ທີ 1, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XV, ສະ​ແດງ​ໃຫ້​ເຫັນຄວາມ​ຕັດ​ສິນ​ໃຈ ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ

(VOVWORLD) -ກອງປະຊຸມໄດ້ຈັດຂຶ້ນໃນເວລາສັ້ນ, ກະທັດລັດ, ສະແດງໃຫ້ເຫັນຄວາມຕັດສິນໃຈ ແລະ ຄວາມເຫັນດີເຫັນພ້ອມສູງ.
ກອງ​ປະ​ຊຸມ​ວິ​ສາ​ມັນ​ຄັ້ງ​ທີ 1, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XV, ສະ​ແດງ​ໃຫ້​ເຫັນຄວາມ​ຕັດ​ສິນ​ໃຈ ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ (ພາບ: baochinhphu.vn)

ຕອນເຊົ້າວັນທີ 19 ມັງກອນ, ໂດຍປະກອບຄຳເຫັນໃສ່ບົດສະຫຼຸບກອງປະຊຸມວິສາມັນຄັ້ງທຳອິດ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຄະນະປະຈຳສະພາແຫ່ງຊາດ ຕີລາຄາວ່າ: ກອງປະຊຸມໄດ້ຈັດຂຶ້ນໃນເວລາສັ້ນ, ກະທັດລັດ, ສະແດງໃຫ້ເຫັນຄວາມຕັດສິນໃຈ ແລະ ຄວາມເຫັນດີເຫັນພ້ອມສູງ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຖືວ່າ ກອງປະຊຸມໄດ້ປະສົບຜົນສຳເລັດໃນທຸກດ້ານ. ນີ້ແມ່ນການເລີ່ມຕົ້ນທີ່ດີ, ຄວນສືບຕໍ່ເສີມຂະຫຍາຍ ເພື່ອມຸ່ງໄປເຖິງສະພາແຫ່ງຊາດມີການເຄື່ອນໄຫວເປັນປົກກະຕິ, ເປັນມືອາຊີບ, ທ່ານກ່າວວ່າ:

        “ໝາກຜົນຂອງກອງປະຊຸມນີ້ ໄດ້ສະແດງໃຫ້ເຫັນການຊອກຫາ, ເປັນຫ່ວງເປັນໄຍ ແລະ ປ່ຽນແປງໃໝ່ຂອງສະພາແຫ່ງຊາດຕໍ່ການປະຕິບັດພາລະບົດບາດ, ໜ້າທີ່ທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ. ມີຄວາມຈຳເປັນ ແລະ ຮີບດ່ວນທີ່ສຸດ, ບໍ່ພຽງແຕ່ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນຕໍ່ໜ້າເທົ່ານັ້ນ, ແຕ່ມັນຍັງມີຄວາມໝາຍຍຸດທະສາດ ໂດຍພື້ນຖານ ແລະ ຍາວນານ ບໍ່ພຽງແຕ່ສົກປີ 2022 2023 ເທົ່ານັ້ນ, ຫາກຍັງມີຄວາມໝາຍໃຫ້ທັງອາຍຸການ ແລະ ຊຸມປີຕໍ່ໄປອີກດ້ວຍ”.

        ກໍຢູ່ໃນກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດໄດ້ຕົກລົງເພີ່ມເຕີມແຜນການລົງທຶນດ້ວຍທຶນຕ່າງປະເທດ ຈາກຈຳນວນທຶນທີ່ຍັງບໍ່ທັນໄດ້ຈັດແບ່ງ ແລະ ຍັງບໍ່ທັນໄດ້ດັດປັບ, ຄາດຄະເນແຜນການລົງທຶນສາທາລະນະໄລຍະກາງດ້ວຍງົບປະມານຂອງສູນກາງ ໄລຍະ 2021 – 2025 ໃຫ້ບັນຊີລາຍຊື່ໂຄງການຂອງບັນດາກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ (ງວດທີ 2)


ຕອບກັບ

ຂ່າວ/ບົດ​ອື່ນ