ກອງປະຊຸມວິສາມັນເທື່ອທີ 2, ສະພາແຫ່ງຊາດຊຸດທີ XV ພິຈາລະນາ, ຕົກລົງຫຼາຍບັນຫາທີ່ສຳຄັນ

(VOVWORLD) - ແຜນຜັງສັງລວມແຫ່ງຊາດໄລຍະ 2021 – 2030, ວິໄສທັດຮອດປີ 2050; ຮ່າງກົດໝາຍກ່ຽວກັບການກວດ, ປີ່ນປົວພະຍາດ (ສະບັບປັບປຸງ); ບາງບັນຫາກ່ຽວກັບການເງິນ, ງົບປະມານ...

ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ ບຸ່ຍວັນເກື່ອງ ຫາກໍ່ປະກາດບົດສະຫລຸບຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການກະກຽມຈັດຕັ້ງກອງປະຊຸມວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ XV. ຕາມນັ້ນແລ້ວ, ຄະນະປະຈຳສະພາແຫ່ງຊາດ ໄດ້ເຫັນດີເປັນເອກະພາບແຜນນະໂຍບາຍຈັດຕັ້ງກອງປະຊຸມວິສາມັນເທື່ອທີ 2, ສະພາແຫ່ງຊາດຊຸດທີ XV ທີ່ຫໍປະຊຸມສະພາແຫ່ງຊາດ.

ກ່ຽວກັບເນື້ອໃນຂອງກອງປະຊຸມນີ້, ຄະນະປະຈຳສະພາແຫ່ງຊາດ ເຫັນດີເປັນເອກະພາບຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ, ຕັດສິນບັນດາເນື້ອໃນສຳຄັນຄື: ແຜນຜັງສັງລວມແຫ່ງຊາດໄລຍະ 2021 – 2030, ວິໄສທັດຮອດປີ 2050; ຮ່າງກົດໝາຍກ່ຽວກັບການກວດ, ປີ່ນປົວພະຍາດ (ສະບັບປັບປຸງ); ບາງບັນຫາກ່ຽວກັບການເງິນ, ງົບປະມານ...

ກອງປະຊຸມຈັດກຽມຈະດຳເນີນໃນຕອນບ່າຍວັນທີ 4 ມັງກອນ 2023; ວາລະໄຂຈະຈັດຂຶ້ນໃນເວລາ 8 ໂມງ 00 ຂອງວັນທີ 5 ມັງກອນ 2023.

ຂໍ້ສະຫລຸບກໍ່ຊີ້ແຈ້ງວ່າ ບໍ່ຈັດການພົບປະກັບຜູ້ມີສິດເລືອກຕັ້ງໃນເວລາກ່ອນ ແລະ ພາຍຫຼັງກອງປະຊຸມ. ບັນດາຄະນະສະມາຊິກສະພາແຫ່ງຊາດ ສົມທົບກັບ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ບັນດາແຂວງ, ນະຄອນ ຈະມີຮູບແບບເໝາະສົມເພື່ອກຳແໜ້ນສະພາບຫາງສຽງ, ຄວາມໃນໃຈ, ຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງ, ປະຊາຊົນຢູ່ທ້ອງຖິ່ນ ແລະ ສົ່ງເຖິງຄະນະຄົ້ນຄ້ວາຄຳຮ້ອງຂໍຄວາມເປັນທຳທີ່ຂຶ້ນກັບຄະນະປະຈຳສະພາແຫ່ງຊາດເພື່ອສະຫລຸບລວມ.

ຕອບກັບ

ຂ່າວ/ບົດ​ອື່ນ