ກອງ​ປະຊຸມ​ວຽກ​ງານ​ການທະຫານ ​ແລະ ການ​ເມືອງທົ່ວ​ກອງທັບ ປີ 2011

ກອງ​ປະຊຸມ​ວຽກ​ງານ​ການທະຫານ ​ແລະ ການ​ເມືອງທົ່ວ​ກອງທັບ ປີ 2011 - ảnh 1
( ພາບ : http://www.qdnd.vn )

ວັນ​ທີ 16 ທັນວາ, ທ່ານ​​ເລຂາທິການ​ໃຫຍ່ພັກ​ກອມ​ມູນິ​ດຫວຽດນາມ ຫງວຽນ​ຟູ໋ຈອງ ​ໄດ້​ເຂົ້າ​ຮ່ອມ​ກອງ​ປະຊຸມ​ວຽກ​ງານ​ການທະຫານ ​ແລະ ການ​ເມືອງທົ່ວ​ກອງທັບ ປີ 2011. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈອງ ​ໄດ້​ເນັ້ນ​ໜັກ​ວ່າ ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ຄວນ​ເສີມ​ຂະຫຍາຍ​ກຳລັງ​ແຮງສັງລວມ, ກໍ່ສ້າງ​ພື້ນຖານ​ປ້ອງ​ກັນຊາ​ດທົ່ວ​ປວງ​ຊົນ, ​ເພີ່ມ​ທະວີ​ກຳ​ລັງ​ແຮງ​ຂອງ​ການ​ປ້ອງ​ກັນຊາດ​ນັບ​ທັງກຳລັງ​ບົ່ມຊ້ອນ ແລະ ທ່າ​ສະ​ໝາ​ມສູ້​ຮົບ, ​ເສີມ​ຂະຫຍາຍ​ນຳ​ໃຈ​​ແຫ່ງ​ຊາດ, ສະຕິການສ້າງສາ ​ແລະ ປົກ​ປັກ​ຮັບ​ສາບ້ານ​ເກີດ​ເມືອງ​ນອນ​ຂອງ​ຊາວ ຫວຽດນາມ ທຸກໆ​ຄົນ ​ແລະ ນັບ​ທັງ​ຊາວ ຫວຽດນາມ​ທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ.

ກ່ຽວ​ກັບ​ບັນຫາ​ກໍ່ສ້າງ​ ​ແລະ ພັດທະນາ​ອຸດສາຫະກຳ​ປ້ອງ​ກັນຊາດ, ທ່ານ​ເລຂາທິການ​ໃຫຍ່​ໄດ້​ຊີ້​ແຈ້ງວ່າ; ​ເປົ້າໝາຍ​ຂອງອຸດສາຫະກຳປ້ອງ​ກັນຊາດ​ແມ່ນ​ເພື່ອ​ກ່າຍ​ເປັນພາກ​ສ່ວນ​ໜື່ງທີ່​ສຳຄັນຂອງກຳ​ລັງບົ່ມ​ຊ້ອນດ້ານປ້ອງ​ກັນຊາ​ດ, ​ປ້ອງ​ກັນ​ຄວາມສະງົບ, ມີ​ລະດັບ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ, ທັນ​ສະ​ໃໝ .... ທ່ານ​​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈອງ ​ໄດ້​ເນັ້ນ​ໜັກ​ວ່າ ທົວກອງທັບ​ຄວນ​ສືບ​ຕໍ່​ເອົາ​ໃຈ​ໃສ່​ກໍ່​ສ້າງ​ອົງການ​ພັກ​ໃຫ້ປອດ​​ໄສ​ເຂັ້ມ​ແຂງ, ຕິດ​ພັນ​ກັບ​ກໍ່ສ້າງ​ຫົວໜ່ວຍ​ເຂັ້ມ​ແຂງຮອບ​ດ້ານ, ຍາມ​ໃດ​ກໍ່ສ້າງ​ຄວາມ​ສາມັກຄີ, ​ເປັນ​ເອກະ​ພາບ​ກັນຢ່າງ​ສູງ​ໃນ​ການ​ຊີ້​ນຳ, ນຳພາ​ໃນ​ການ​ປະຕິບັດ​ໜ້າ​ທີ່, ສືບ​ຕໍ່​ຍູ້​ແຮງ​ການຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ຄຸນສົມບັດ​ຂອງ​ປະທານ ​ໂຮ່ຈິ​ມິນ .
ຂ່າວ/ບົດ​ອື່ນ