ກອງປະຊຸມສົ່ງເສີມການຄ້າ, ການສົ່ງອອກເຂດພູພຽງ, ເຂດພູດອຍທາງພາກເໜືອຈະຈັດຂຶ້ນໃນໄວໆນີ້

(VOVWORLD) - ກອງປະຊຸມສຸມໃສ່ປຶກສາຫາລືກ່ຽວກັບບັນດາບັນຫາເສດຖະກິດຈຸດສຸມຂອງເຂດ, ລວມມີ: ຄວາມສາມາດບົ່ມຊ້ອນ, ທ່າແຮງສ້າງລະບົບເຊື່ອມຕໍ່ການຜະລິດ, ສິນຄ້າສົ່ງອອກ
ກອງປະຊຸມສົ່ງເສີມການຄ້າ, ການສົ່ງອອກເຂດພູພຽງ, ເຂດພູດອຍທາງພາກເໜືອຈະຈັດຂຶ້ນໃນໄວໆນີ້ - ảnh 1(ພາບປະກອບ: TTXVN)

        ວັນທີ 12 ເມສາ ຈະມາເຖິງ, ຢູ່ຮ່າໂນ້ຍ, ຈະຈັດກອງປະຊຸມສົ່ງເສີມການຄ້າ ແລະ ເປີດກວ້າງການສົ່ງອອກ - ນຳເຂົ້າເຂດພູພຽງ, ເຂດພູດອຍທາງພາກເໜືອ. ກອງປະຊຸມສຸມໃສ່ປຶກສາຫາລືກ່ຽວກັບບັນດາບັນຫາເສດຖະກິດຈຸດສຸມຂອງເຂດ, ລວມມີ: ຄວາມສາມາດບົ່ມຊ້ອນ, ທ່າແຮງສ້າງລະບົບເຊື່ອມຕໍ່ການຜະລິດ, ສິນຄ້າສົ່ງອອກ; ຍຸດທະສາດພັດທະນາການສົ່ງອອກ - ນຳເຂົ້າໃນຊຸມປີຈະມາເຖິງ. ກອງປະຊຸມກໍ່ແລກປ່ຽນກ່ຽວກັບໂອກາດຕະຫຼາດຕ່າງປະເທດໃຫ້ແກ່ບັນດາຜະລິດຕະພັນຂອງເຂດ; ສ້າງເຂດເສດຖະກິດດ່ານຊາຍແດນ, ຫັນບັນດາການເຄື່ອນໄຫວ logistics ໜູນຊ່ວຍການສົ່ງອອກເປັນທັນສະໄໝ, ຊຸກຍູ້ການແລກປ່ຽນສິນຄ້າເຂດຊາຍແດນຜ່ານບັນດາແຂວງ ລາວກາຍ, ລ້າງເຊີນ. ພ້ອມກັນນັ້ນ, ຊອກຫາມາດຕະການແກ້ໄຂເພື່ອນຳ ເຊີນລາ ກາຍເປັນສູນປູກຝັງ ແລະ ຜະລິດ ຜະລິດຕະພັນກະເສດເຂດ ໄຕບັກ; ຊ່ວຍແຂວງ ທາຍງວຽນ ເສີມຂະຫຍາຍບົດບາດເປັນຈຸດພົ້ນເດັ່ນໃນການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ, ພັດທະນາການສົ່ງອອກຜະລິດຕະພັນເຕັກໂນໂລຊີສູງ; ສັງເກດຕີລາຄາຄວາມສາມາດບົມຊ້ອນ, ໂອກາດຍູ້ແຮງການສົ່ງອອກຜະລິດຕະພັນເຄື່ອງປ່າຂອງດົງທີ່ເປັນປາຍແຫຼມຈຳນວນໜຶ່ງຂອງແຂວງ ອຽນບາຍ ແລະ ບັນດາແຂວງໃກ້ຄຽງ.

ຕອບກັບ

ຂ່າວ/ບົດ​ອື່ນ