ກອງປະຊຸມສົ່ງເສີມການທ່ອງທ່ຽວແຂວງ ເທື່ອທຽນເຫ້ວປີ 2013

ກອງປະຊຸມສົ່ງເສີມການທ່ອງທ່ຽວແຂວງ ເທື່ອທຽນເຫ້ວປີ 2013 - ảnh 1
ພາບປະກອບ:internet


(vovworld)-  ກອງ​ປະຊຸມ​ສົ່ງ​ເສີມ​ຈຸດ​ນັດ​ພົບ​ການທ່ອງທ່ຽວ​ແຂວງ ​ເທື່ອ​ທຽນ​ເຫ້ວ 2013 ​ໂດຍ​ພະ​ແນ​ກວັດທະນະທຳ​ ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ​ເທື່ອ​ທຽນ​ເຫ້ວ ຈັດ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 11/3 ຢູ່ ຮ່າ​ໂນ້ຍ. ກອງ​ປະຊຸມ​ຖືກ​ຈັດ​ຂຶ້ນ​ເພື່ອ​ສືບ​ຕໍ່​ໂຄສະນາ​ພາບ​ພົດ​ປະ​ເທດ​ຊາດ, ຊາວ ຫວຽດນາມ ​ແລະ ບັນດາ​ຜະລິດ​ທະພັນການທ່ອງທ່ຽວ​ແຂວງ​ເທື່ອ​ທຽນ​ເຫ້ວ ປີ 2013 ພ້ອມ​ທັງ​ໂຄສະນາ​ຢ່າງ​ເລິກ​ເຊິ່ງ ກວ້າງ​ຂວາງ​ແຜນການ​ຈັດ​ຕັ້ງ Festival ອາຊີບ​ຫັດຖະກຳ​ຂອງ ​ເຫ້ວ ປີ 2013. ທີ່​ກອງ​ປະຊຸມ, ທ່ານ ​ເລ​ຫື​ວມີນ, ຮອງ​ຫົວຫນ້າ​ພະ​ແນ​ກວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ​ເທ່ືອ​ທຽນ​ເຫ້ວ ​ໃຫ້​ຮູ້​ວ່າ: ປີ 2013 ຂະ​ແຫນງ​ທ່ອງ​ທ່ຽວ​ເທື່ອ​ທຽນ​ເຫ້ວ ສູ້ຊົນ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວກວ່າ 2,5 ລ້ານ​ເທື່ອ​ຄົນ, ​ໃນ​ນັ້ນ​ນັກ​ທ່ອງ​ທ່ຽວ​ສາກົນ​ບັນລຸ 1 ລ້ານ​ເທື່ອ​ຄົນ, ບໍລິການ​ທ່ອງ​ທ່ຽວກວມ​ປະມານ 50% GDP. ທ່ານ​ມີນກ່າວວ່າ:

        “​ເພື່ອ​ປະຕິບັດ​ສິ່ງ​ດັ່ງກ່າວ​ໃຫ້​ໄດ້, ປີ 2013 ຂະ​ແຫນງ​ທ່ອງ​ທ່ຽວ​ຈະສຸມ​ໃສ່ຂຸດ​ຄົ້ນ​ບັນດາ​ຕະຫລາດ​ຢູ່​​ໃກ້​ຄື: ​ໄທ, ສິງກະ​ໂປ, ຂຸດ​ຄົ້ນ​ຕະຫລາດ​ອາຊີຕາ​ເວັນ​ອອກສຽງ​ເຫນືອ ນັ້ນ​ແມ່ນ: ຍີ່​ປຸ່ນ, ສ ​ເກົາຫລີ, ​ໃນ​ນັ້ນ ຍັງ​ຄົງ​ຮັກສາ​ການ​ຂຸດ​ຄົ້ນ​ຕະຫລາດ​ເດີມ​ຄື: ​ເອີ​ລົບ​ຕາ​ເວັນ​ຕົກ, ອາ​ເມ​ລິ​ກາ​ເຫນືອ. ປີ​ນີ້ ​ແມ່​ນສຸມ​ໃສ່​ຂຸດຄົ້ນ​ນັກ​ທ່ອງ​ທ່ຽວ​ພາຍ​ໃນປະ​ເທດ. ”

ຂ່າວ/ບົດ​ອື່ນ