ກອງປະຊຸມສົ່ງເສີມການລົງທຶນຢູ່ເຂດແຄມທະເລພາກກາງ

ກອງປະຊຸມສົ່ງເສີມການລົງທຶນຢູ່ເຂດແຄມທະເລພາກກາງ - ảnh 1

​ຜູ້ແທນເຂົ້າຮ່ວມກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ​ຢູ່ເຂດ​ແຄມ​ທະ​ເລ​ພາກ​ກາງ

(ພາບ: vietnamtourism.gov.vn)

(vovworld) – ​“ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ​​ເຂົ້າເຂດ​ແຄມ​ທະ​ເລ​ພາ​ກກາງ” ຖືກ​ໄຂ​ຂຶ້ນ​​ໃນ​ຕອນ​ບ່າຍ​ວັນ​ທີ 21/3 ຢູ່​ນະຄອນ ດ່າ​ໜັງ ​ໄດ້ດຶງ​ດູດ​​ຜູ້​ແທນ​ກ່ວາ 400 ທ່ານ ​ເຊິ່ງ​ແມ່ນ​ການນຳ​ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ, ການ​ນຳ 9 ​ແຂວງ, ນະຄອນ​​ໃນ​ເຂດ​ພາກ​ກາງ​ແຕ່​​ແຂວງ ​ເທື່ອ​ທຽນ​ເຫ້ວ ຕະຫຼອດ​ຮອດ ​ແຂວງ ບິນ​ຖ້ວນ, ບັນດາ​ອົງການ​ສາກົນ, ນັກ​ຊ່ຽວຊານຄົ້ນ​ຄ້ວາ, ນັກ​ລົງທຶນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເຂົ້າ​ຮ່ວມ. ກອງ​ປະຊຸມ​ເພື່ອ​ແນ​ໃສ່​ໂຄ​ສະນາ​ເຜີຍ​ແຜ່​ຄວາມ​ສາມາ​ດບົ່ມ​ຊ້ອນ ​ແລະ ກາລະ​ໂອກາດ​ລົງທຶນ​ຂອງ​ພາກ​ກາງ, ຜ່ານ​ນັ້ນ​ກໍ່​ຮຽກ​ຮ້ອງ​, ​ເລືອກ​ເຟັ້ນ ດຶງ​ດູດ​ບັນດາ​ໂຄງການ​ລົງທຶນຂະ​ແໜງ​ອາຊີບ ນຳ​ໃຊ້ເຕັກ​ໂນ​ໂລ​ຢີສູງ​ທີ່​ເໝາະ​ສົມ​ກັບ​ທ່າ​​ແຮງ​ພັດທະນາຂອງ​ທົ່ວ​ເຂດ​ເວົ້າລວມ ກໍ່​ຄື​ແຕ່ລະ​ທ້ອງ​ຖິ່ນ​ເວົ້າ​ສະ​ເພາະ. ທ່າ​ນຮອງ​ສາ​ດາະດາ​ຈານ, ດຣ ​ເຈີ​ນດິງທຽນ, ຫົວໜ້າ​ສະ​ຖາ​ບັນ​ເສດຖະກິດ ຫວຽດນາມ, ​ຖື​ວ່າ:

“ມາດ​ຕະການດີ​​ກ່ວາ​ໝູ່ແມ່ນ​ບັນດາ​ທ້ອງ​ຖິ່ນ​ຕ້ອງ​ວາງ​ແຜນ​ກຳນົດ​ການ​ພັດທະນາ​ທີ່ມີ​ລັກສະນະຮ່ວມ​ສຳພັນເຂດຄືນ​ໃໝ່, ສ້າງ​ການ​ພັດທະນາ​ກໍ່​ຄື​ຂະຫຍາຍ​ການ​ພັດທະນາ​ໃນ​ວົງ​ກ້ວາງ. ພາກ​ກາງ​ມີ​ທ່າ​ແຮງ​ພັດທະນາ​ການ​ທ່ອງ​ທ່ຽວ ຖ້າ​ຫາກ​ຢາກຂຸດ​ຄົ້ນ​ທ່າ​ແຮງ​ນີ້​​ໄດ້ດີ ພວກ​ເຮົາຕ້ອງ​ມີ​ການ​ຮ່ວມ​ສຳພັນກັບ​ເຂດ​ໄຕ​ງວຽນ ອີກ.”

ທີ່​ກອງ​ປະຊຸມ, ການ​ນຳ​ບັນດາ​ທ້ອງ​ຖິ່ນ​ທາງ​ພາ​ກກາງ ​ໄດ້​ພົວພັນ​ແລກປ່ຽນໂດຍ​ກົງ​ກັບບັນ​ດາ​ວິ​ສາ​ຫະກິດ, ຄູ່​ຮ່ວມ​ມື, ນັກ​ລົງທຶນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ຍູ້​ແຮງ​ການ​ສົມທົບ, ສ້າງ​ແຜນການ​ສົ່ງ​ເສີມ​ການ​ລົງທຶນ​ທີ່ມີ​ລັກສະນະ​ເປັນ​ເອກະ​ພາບ​, ຄົບ​ຊຸດ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ທະນາຄານ​ການ​ຄ້າ ​ໃນ​ການ​ສະໜອງ​ສິນ​ເຊື່ອ​ໃຫ້​ແກ່​ໂຄງການ​ລົງທຶນ.

​ແລະ ກໍໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ຂອງ ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ​ເຂດ​ແຄມ​ທະ​ເລ​ພາກ​ກາງ​ຫວຽດນາມ  ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ມາດ​ຕະການ​ສົ່ງ​ເສີມ​ການ​ລົງທຶນ​ເຂົ້າ​ເຂດ​ດັ່ງກ່າວ. ສອງ​ບັນຫາ​ທີ່​ໄດ້​ຮັບ​ການ​ສຸມ​ໃສ່ປຶກສາ​ຫາລື ນັ້ນ​ແມ່ນ ຍຸດ​ທະ​ສາດ​ພັດທະນາ​ອຸດສາຫະກຳ ​ແລະ ທ່ອງ​ທ່ຽວ​ເຂດ​ແຄມ​ທະ​ເລ​ພາກ​ກາງ​ຫວຽດນາມ. ກ່ຽວ​ກັບ​ການ​ພັດທະນາ​ອຸດສາຫະກຳ, ດຣ ບູ່​ຍ​ເຕີ​ດທັງ, ຫົວຫນ້າ​ສະ​ຖາ​ບັນ​ຍຸດ​ທະ​ສາດ​ພັດທະນາ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຖື​ວ່າ: ​ເພື່ອ​ພັດທະນາ ​ແລະ ຮ່ວມ​ສຳພັນ​ຂະ​ແຫນງ​ອຸດສາຫະກຳ​ຢູ່​ເຂດ​ແຄມ​ທະ​ເລ​ພາກ​ກາງ ຄວນ​ປະຕິບັດ 3 ໝວດ​ມາດ​ຕະການ, ນັ້ນ​ແມ່ນ​ວາງ​​ແຜນ​ກຳນົດ​ລະຫວ່າງ​ເຂດ, ສ້າງ​ພື້ນຖານ​ໂຄງ​ລ່າງ​ດ້ານ​ເຕັກນິກ​ໃຫ້​ສຳ​ເລັດ ​ແລະ ປັບປຸງ​ກົນ​ໄກ​ນະ​ໂຍບາຍ​. ທ່ານ​ທັງ​ກ່າວ​ວ່າ:

        “​ເພື່ອ​ຮ່ວມ​ສຳພັນ​ການ​ພັດທະນາ​ອຸດສາຫະກຳ​ຂອງ​ເຂດ, ບົນ​ພື້ນຖານຕ້ອງ ​ວາງ​ແຜນ​ກຳນົດ​ລວມຂອງ​ທົ່ວ​ເຂດ. ​ກົນ​ໄກ​ນະ​ໂຍບາຍ​ກ່ຽວ​ກັບ​ອາກອນ​ທີ່​ດິນ ຕ້ອງ​ມີ​ລັກສະນະ​ບຸກທະລຸ​ສູງ​ກວ່າ ​ແລະ ມາດ​ຕະການ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ຕ້ອງ​ພັດທະນາ​ແບບ​ຍືນ​ຍົງ​.”

ຂ່າວ/ບົດ​ອື່ນ