ກອງປະຊຸມສ​ົ່ງເສີມການລົງທຶນແລະທ່ອງທ່ຽວກຳປູເຈຍ-ລາວ-ຫວຽດນາມຄັ້ງທີ9

ກອງປະຊຸມສ​ົ່ງເສີມການລົງທຶນແລະທ່ອງທ່ຽວກຳປູເຈຍ-ລາວ-ຫວຽດນາມຄັ້ງທີ9 - ảnh 1
(ກອງປະຊຸມສົ່ງເສີມການລົງທຶນ ແລະ ທ່ອງທ່ຽວ
ກຳປູເຈຍ-ລາວ-ຫວຽດນາມຄັ້ງທີ 9)


(vovworld) - ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ ແລະ ​ການທ່​ອງ​ທ່ຽ​ວ​ ກຳ​ປູ​ເຈ​ຍ - ລາວ - ຫວຽດນາມ ​ຄັ້ງ​ທີ 9 ດຳ​ເນີນ​ໃນ​ວັນ​ທີ 09/12, ຢູ່​ແຂວງ ຈຳ​ປາ​ສັກ, ລາວ. ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​​ຜູ້​ຕາງ​ໜ້າ​ບັນ​ດ​າ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ຂອງ​ຫວຽດ​ນ​າມ, ລາວ ແລະ ກຳ​ປູ​ເຈຍ, ການ​ນຳ 13 ແຂວງ​ໃນ​​ພາກ​ພື້ນ ກຳ​ປູ​ເຈ​ຍ - ລາວ - ຫວຽດນາມ, ພ້ອມ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ຂອງ 3 ປະ​ເທດ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ. ກອງ​ປ​ະ​ຊຸມ​ເພື່ອ​ແນ​ໃສ່​ເຜີຍ​​ແຜ່ບັນ​ດາ​ນະ​ໂຍ​ບາຍ​ໃໝ່​ຂອງ​ລັດ​ຖະ​ບານ​ແຕ່​ລະ​ປະ​ເທດ ສຳ​ລັບ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ໃນ​ເຂ​ດ 3 ຫຼ່ຽມ​ພັດ​ທະ​ນາ, ພ້ອມ​ທັງ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ວົງ​ການ​ນັກ​ວາງ​ແຜນ​ນະ​ໂຍ​ບາຍ 3 ປະ​ເທດ​ຮັບ​​ຟັງ​ຂໍ້​ສະ​ເໜີ​​ຂອງ​ບັນ​ດາ​ວິ​ສ​າ​ຫະ​ກິດ, ຜ່ານນັ້ນ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ຄວາມ​ສະ​ດວກ ແລະ ຊອກ​ຫາ​ວິ​ທີ​ແກ້​ໄຂ​ຄວາມ​ຫຍຸ້​ງ​ຍາກ, ຂໍ້​ຕິດ​ຂັດ​ເຊິ່ງວິ​ສາ​ຫະ​ກິດ​ພວມ​ປະ​ເຊີນ​ໜ້າ ໃນ​ວິ​ວັດ​ການ​ລົງ​ທຶນ​ເຂົ້າ​ພາກ​ພື້​ນ.

      ລາຍ​ງານ​ບົດ​​ຄວາມ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ກາວ​ຮຸຍ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ດັກ​ລັກ, ຕາງ​ໜ້າ​ໃຫ້ 5 ແຂວງ​ໃນ​ເຂດ 3 ຫຼ່ຽມ​ພັດ​ທະ​ນາ ກຳ​ປູ​ເຈ​ຍ - ລາວ - ຫວຽດ ຂອງ​ຫວຽດ​ນາມ ໃຫ້​ຮູ້​ວ່າ, ໃນ​ໄລ​ຍະ​ຜ່ານ​ມາ, ຝ່າຍ​ຫວຽດ​ນາມ ໄດ້​​ສຸ​ມ​ໃສ່​ລົງ​ທຶນ​​ເຂົ້າບັນ​ດາ​ໂຄງ​ການ​ສຳ​ຄັນ, ຕອບ​ສະ​ໜອງ​ຄວາມ​ຮ​ຽກ​ຮ້ອງຕ້ອງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໃນ​ເຂດ 3 ຫຼ່ຽມ​ພັດ​ທະ​ນາ​ໃຫ້​ນັບ​ມື້​ນັບ​ດີກວ່າ. 5 ແຂວງ ໄຕ​ງວຽນ ຂອງ​ຫວຽດ​ນາມ ໄດ້​ລົງ​ທຶນ 38 ໂຄງ​ການ ດ້ວຍ​ຈຳ​ນວນ​ເງິນ​ລົງ​ທຶນ 2,5 ຕື້ USD ເຂົ້າ​ບັນ​ດາ​ແຂວງ​ໃນເຂດ​ 3 ຫຼ່ຽມ​ພັດ​ທະ​ນາ​ຂອງ​ກຳ​ປູ​ເຈຍ ແລະ ລາວ, ຕົ້ນ​ຕໍ​ແມ່ນ​ບັນ​ດາ​ຂົງ​ເຂດ​ຄື​: ການ​ປູ​ກ​​ຝັງ, ປຸງ​ແຕ່ງ​ກາ​ເຟ, ຢາງ​ພາ​ລາ, ຕົ້ນ​ອ້ອຍ…

ຂ່າວ/ບົດ​ອື່ນ