ກອງປະຊຸມສົ່ງເສີມການລົງທຶນແລະພັດທະນາການທ່ອງທ່ຽວແຂວງລາວກາຍປີ2016

ກອງປະຊຸມສົ່ງເສີມການລົງທຶນແລະພັດທະນາການທ່ອງທ່ຽວແຂວງລາວກາຍປີ2016 - ảnh 1
(ທ່ານ ຈິ້ງ​ດີງຢຸງ ຮອງ​ນາຍົກລັດຖະມົນຕີ ​ເຂົ້າ​ຮ່ວມ ​
ແລ​ະ ກ່າວ​ຄຳ​ເຫັນ​ຊີ້​ນຳ​ຢູ່​ກອງ​ປະຊຸມ)

(vovworld) - ຕອນ​ເຊົ້າ​ວັນ​ທີ 08/05, ຢູ່​ສູນ​ກອງ​ປະຊຸມ​ແຂວງ ລາວ​ກາຍ ​ໄດ້ດຳ​ເນີນ​ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ ​ແລະ ພັດທະນາ​ການທ່ອງທ່ຽວ​ແຂວງ ລາວ​ກາຍ ປີ 2016. ທ່ານ ຈິ້ງ​ດີງຢຸງ ຮອງ​ນາຍົກລັດຖະມົນຕີ ​ເຂົ້າ​ຮ່ວມ ​ແລ​ະ ກ່າວ​ຄຳ​ເຫັນ​ຊີ້​ນຳ​ຢູ່​ກອງ​ປະຊຸມ. ທີ່​ກອງ​ປະຊຸມ, ​ແຂວງ ລາວ​ກາຍ ຮຽກຮ້ອງ​​ລົງທຶນ​ເຂົ້າ​ບັນດາ​ໂຄງການ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຄື: ທ່າ​ອາກາດ​ສະຍານ ລາວ​ກາຍ; ສາຍ​ເສັ້ນທາ​ງລົດ​ໄຟ ລາວ​ກາຍ - ຮ່າ​ໂນ້ຍ…ລາວ​ກາຍ ກໍ່​ສະ​ເໜີ​ ການ​ລົງທຶນ​ພັດທະນາ​ຕາມ​ທິດ​ຮ່ວມ​ສຳພັນ​ຢ່າງ​ແໜ້ນ​ແຟ້ນ, ມີ​ປະສິດທິ​ຜົນ ​ແລະ ລົງ​ເລິກ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງດີງຢຸງ ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ເຊື່ອ​ໝັ້ນວ່າ: ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ, ປະຊາຊົນ​ບັນດາ​ເຜົ່າ​ແຂວງ ລາວ​ກາຍ ​ແລະ ບັນດາ​ວິ​ສາ​ຫະກິດ, ນັກ​ລົງທຶນ​ຈະ​ປ່ຽນ​ໃໝ່, ຂະຫຍັນ​ຂັນ​ເຄື່ອນ​ກ່ວາ ​ເພື່ອ​ຂຸດ​ຄົ້ນ ​ແລະ ນຳ​ໃຊ້​ບັນດາ​ແຫຼ່ງກຳລັງ, ບັນດາ​ຄວາມ​ສາ​ມາ​ດບົ່ມ​ຊ້ອນ​ທ່າ​ແຮງ​ຂອງ​ແຂວງ ຢ່າງ​ມີ​ປະສິດທິ​ຜົນ. ພ້ອມ​ກັນ​ນັ້ນ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ກະຊວງ, ຂະ​ແໜງ​ການ, ສຸມ​ໃສ່​ການ​ປະຕິບັດບັນດາ​ຄຳ​ໝັ້ນ​ສັນຍາ ກ່ຽວ​ກັບ​ການ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດຢ່າງ​ແຮງ, ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຍູ້​ແຮງພາລະກິດ​ປ່ຽນ​ໃໝ່​ຢ່າງຮອບດ້ານ, ນຳ​ແຂວງ ລາວ​ກາຍ ກາຍ​ເປັນ​ແຂວງພັດທະນາ​ທີ່​ສຸດ​ໃນ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ​ແລະ ​ແມ່ນ​ແຂວງ​ພັດທະນາປານ​ກາງຂອງ​ທົ່ວ​ປະ​ເທດ​ໂດຍ​ໄວ”
ຂ່າວ/ບົດ​ອື່ນ