ກອງປະຊຸມສົ່ງເສີມການລົງທຶນແລະຮັບປະກັນຊີວິດສັງຄົມເຂດໄຕງວຽນຄັ້ງທີ 3

ກອງປະຊຸມສົ່ງເສີມການລົງທຶນແລະຮັບປະກັນຊີວິດສັງຄົມເຂດໄຕງວຽນຄັ້ງທີ 3 - ảnh 1
ພົນ​ເອກ ​ເຈີ​ນດ້າຍ​ກວາງ, ກ່າວ​ຄຳ​ເຫັນທີ່ກອງປະຊຸມ
(ພາບ: dangcongsan.vn)


​(vovworld) – ຕອນ​ເຊົ້າ​ວັນ​ທີ 17/05, ຢູ່​ນະຄອນ​ດ່າ​ລາດ, ຄະນະ​ຊີ້​ນຳ​ເຂດ​ໄຕ​ງວຽນ ​ສົມທົບ​ກັບ​ທະນາຄານ​ແຫ່ງ​ລັດ​ຫວຽດນາມ ​ແລະ ບັນດາ​ແຂວງ​ເຂດ​ໄຕ​ງວຽນ ຈັດ​ຕັ້ງ​ກອງປະຊຸມ​ສົ່ງ​ເສີມ​ການ​ລົງທຶນ ​ແລະ ຮັບປະກັນ​ຊີວິດ​ສັງຄົມ​ເຂດ​ໄຕ​ງວຽນ ຄັ້ງ​ທີ 3. ມີ​ຜູ້​ແທນ​ກວ່າ 500 ຄົນ, ​ທີ່ຕາງ​ໜ້າ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ, ທະນາຄານ, ຫົວໜ່ວຍ, ວິ​ສາ​ຫະກິດ, ບັນດານັກ​ລົງທຶນພາຍ​ໃນ ​ແລະ ຕ່າງປະ​ເທດ​ເຂົ້າ​ຮ່ວມ.

      ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ພົນ​ເອກ ​ເຈີ​ນດ້າຍ​ກວາງ, ກຳມະການ​ກົມ​ການ​ເມືອງ, ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫຼວດ​ຫວຽດນາມ, ຫົວໜ້າ​ຄະນະ​ຊີ້​ນຳ​ເຂດ​ໄຕ​ງວຽນ, ຊີ້​ແຈ້ງວ່າ.

      “​ເພື່ອ​ປະຕິບັດ​ຄາດໝາຍ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ​​ຢ່າງ​ມີ​ໄຊ ແມ່ນ​ຕ້ອງພັດທະນາ​ຢ່າງ​ໝັ້ນຄົງ, ​ສ້າງ​ການ​ເຫັນ​ປ່ຽນ​ໂດຍ​ພື້ນຖານ, ນຳ​ເຂດ​ໄຕ​ງວຽນ ​ໃຫ້​ກາຍ​ເປັນ​ເຂດ​ກຳ​ລັງ​ໜູນ​ດ້ານ​ເສດຖະກິດ, ນອກຈາກ​ຄວາມ​ເອົາ​ໃຈ​ໃສ່​ດ້ານນະ​ໂຍບາຍ​ແຫຼ່ງກຳລັງຈາກ​ພັກ, ລັດ​ແລ້ວ, ​ໄຕ​ງວຽນ ຍັງຕ້ອງ​​​ມີ​ການຮ່ວມ​ສຳພັນ​​ໃນການລົງທຶນ​ ໜູນ​ຊ່ວຍ​ຢ່າງ​ທັນ​ການຈາກ​ບັນດາ​ກະຊວງ, ຂະ​​ແໜງ​ການ​ທ້ອງ​ຖິ່ນ, ປະຊາ​ຄົມ​ວິ​ສາ​ຫະກິດ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງ​ປະ​ເທດອີກ​ດ້ວຍ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ນັກ​ລົງທຶນ​ມີ​ເງື່ອນ​ໄຂ​ຊອກຮູ້​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​​ແຮງ ​ແລະ ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ຢູ່​​ເຂດໄຕ​ງວຽນ.”

ຂ່າວ/ບົດ​ອື່ນ