ກອງ​ປະ​ຊຸມ​ສຸດຍອດ AI ທົ່ວ​ໂລກ ຊຸກ​ຍູ້​ບັນ​ດາ​ບຸ​ລິ​ມະ​ສິດ​ພັດ​ທະ​ນາ

(VOVWORLD) - ກອງປະຊຸມສຸດຍອດ ທົ່ວໂລກກ່ຽວກັບປັນຍາປະດິດ (AI) ປີ 2024 ໄດ້ໄຂຂຶ້ນໃນວັນທີ 30 ພຶດສະພາ, ຢູ່ນະຄອນ ເຊີແນວ, ປະເທດສະວິດ. 
ກອງ​ປະ​ຊຸມ​ສຸດຍອດ AI ທົ່ວ​ໂລກ ຊຸກ​ຍູ້​ບັນ​ດາ​ບຸ​ລິ​ມະ​ສິດ​ພັດ​ທະ​ນາ - ảnh 1ພາບປະກອບ: AFP/TTXVN

ເຫດການແມ່ນແນໃສ່ຊຸກຍູ້ AI ເພື່ອບັນດາບຸລິມະສິດພັດທະນາທົ່ວໂລກ ຄື: ການແພດ, ຄວາມສະເໝີພາບລະຫວ່າງຍິງຊາຍ, ຄວາມວັດທະນາຖາວອນຢ່າງຮອບດ້ານ ແລະ ພື້ນຖານໂຄງລ່າງແບບຍືນຍົງ. ດ້ວຍຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ກ່ວາ 2.500 ຄົນ, ໃນນັ້ນ, ມີບັນດາເຈົ້າໜ້າທີ່ລັດຖະບານ, ນັກຊ່ຽວຊານ ແລະ ຜູ້ມີອິດທິພົນຊື່ສຽງ ໃນຂະແໜງ AI.

ກ່າວຄຳເຫັນທີ່ກອງປະຊຸມ ຜ່ານ ວີໂດໂອ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ໃຫ້ຂໍ້ສັງເກດວ່າ: “AI ພວມປ່ຽນແປງໂລກ ແລະ ຊີວິດຂອງພວກເຮົາ”, ພ້ອມທັງ ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນຂອງເຕັກໂນໂລຢີນີ້ ໃນການປັບປຸງຄຸນນະພາບການສຶກສາ ແລະ ເບິ່ງແຍງດູແລສຸຂະພາບຢູ່ເຂດຫ່າງໄກສອກຫຼີ, ເພີ່ມສະມັດຕະພາບຂອງ ຕົ້ນໄມ້ປູກ ແລະ ພັດທະນາລະບົບກ່າວເຕືອນກ່ຽວກັບໄພທຳມະຊາດໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ