ກອງປະຊຸມສຸດຍອດ AU –EU ເຫັນດີເປັນເອກະສັນແຜນການຮີບດ່ວນກ່ຽວກັບຊາວອົບພະຍົບຢູ່ ລີບີ

(VOVWORLD) - ທ່ານປະທານາທິບໍດີ ຝຣັ່ງ Emmanuel Macron ໃຫ້ຮູ້ວ່າ: ແຜນການນີ້ລວມມີການສ້າງຕັ້ງ “ກຳລັງສູ້ຮົບ” ເຊິ່ງປະກອບມີຕຳຫຼວດ ພ້ອມກັບບັນດາອົງການສືບລາຊາການລັບ ເອີລົບ ແລະ ອາບຟຣີກາ. 
ກອງປະຊຸມສຸດຍອດ AU –EU ເຫັນດີເປັນເອກະສັນແຜນການຮີບດ່ວນກ່ຽວກັບຊາວອົບພະຍົບຢູ່ ລີບີ - ảnh 1 ພາບປະກອບ

ວັນທີ 30 ພະຈິກ, ສະຫະພາບເອີລົບ (ອີຢູ), ສະຫະປະຊາຊາດ  ແລະ ສະຫະພາບ ອາບຟຣີກາ (AU) ໄດ້ເຫັນດີເປັນກ່ຽວກັບແຜນການຮີບດ່ວນເພື່ອແນໃສ່ມ້າງທຳລາຍບັນດາເຄືອຂ່າຍການຄ້າມະນຸດ ແລະ ສົ່ງບັນດາຊາວອົບພະຍົບທີ່ບໍ່ໄດ້ຮັບອະນຸຍາດໃຫ້ໄຟມີກັບເມື່ອປະເທດ.

        ທ່ານປະທານາທິບໍດີ ຝຣັ່ງ Emmanuel Macron ໃຫ້ຮູ້ວ່າ: ແຜນການນີ້ລວມມີການສ້າງຕັ້ງ “ກຳລັງສູ້ຮົບ” ເຊິ່ງປະກອບມີຕຳຫຼວດ ພ້ອມກັບບັນດາອົງການສືບລາຊາການລັບ ເອີລົບ ແລະ ອາບຟຣີກາ. ກຳລັງນີ້ຈະສົມທົບກັນຈັບຕົວບັນດາເປົ້າໝາຍທີ່ຖືກລະແວງສົງໄສຄ້າຂາຍມະນຸດ, ທຳລາຍເຄືອຂ່າຍການຄ້າມະນຸດຂອງພວກເຂົາ ແລະ ສະກັດກັ້ນການສະໜັບສະໜູນດ້ານການເງິນ ໃຫ້ບັນດາອົງການກໍ່ການຮ້າຍ. ບັນດາຜູ້ຕາງໜ້າເຂົ້າຮ່ວມກອງປະຊຸມກໍ່ເຫັນດີເປັນເອກະສັນພິຈາລະນາບັນດາມາດຕະການລົງໂທດດ້ານການເງິນຕໍ່ບັນດາເປົ້າໝາຍຄ້າຂາຍມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ