ກອງປະຊຸມສຸດຍອດ CELAC ບັນລຸໄດ້້ຂໍ້ຕົກລົງສຳຄັນຫລາຍຢ່າງ

(VOVWORLD) -CELAC ກໍ່ຮັບຮອງເອົາເລື່ອງອອກສຽງຄັດຄ້ານການປິດລ້ອມເສດຖະກິດສຳລັບ ກູບາ ແລະ ສະຫນັບສະຫນູນອະທິປະໄຕຂອງ ອັກຊັງຕີນ ສຳລັບໝູ່ເກາະ Malvinas
ກອງປະຊຸມສຸດຍອດ CELAC ບັນລຸໄດ້້ຂໍ້ຕົກລົງສຳຄັນຫລາຍຢ່າງ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຸດຍອດ CELAC ເມື່ອວັນທີ 18 ກັນຍາ. (ພາບ:AFP/TTXVN)

ວັນທີ 18 ກັນຍາ, ກອງປະຊຸມສຸດຍອດຄັ້ງທີ VI ຂອງອົງການຈັດຕັ້ງບັນດາປະເທດ ອາເມລິກາລາຕີນ ແລະ Caribe (CELAC) ໄດ້ສິ້ນສຸດລົງພາຍຫລັງເຮັດວຽກຢູ່ ເມຊີໂກ ມາເປັນເວລາ 1 ວັນ ດ້ວຍການເຂົ້າຮ່ວມຂອງ 31 ປະເທດ ໄດ້ຍົກອອກຖະແຫລງການຮ່ວມເພີ່ມທະວີການຮ່ວມມື ແລະ ເຊື່ອມໂຍງພາກພື້ນ.

ຕາມຖະແຫລງການຮ່ວມ ລວມມີ 44 ຂໍ້, ບັນດາປະເທດເຂົ້າຮ່ວມໄດ້ເຫັນດີກ່ຽວກັບແຜນການເປັນເຈົ້າຕົນເອງດ້ານສາທາລະນະສຸກ ເພື່ອແນໃສ່ຫລີກລ້ຽງສະພາບຂາດວັກຊິນ ແລະ ການສຳຜັດບໍ່ສະເຫມີພາບກັບວັກຊິນໃນບັນດາໂລກລະບາດຄ້າຍຄືໂຄວິດ -19 ຊື່ງອາດຈະເກີດຂຶ້ນໃນອະນາຄົດ, ສ້າງກອງທຶນປ້ອງກັນຕ້ານໄພທຳມະຊາດຍ້ອນການປ່ຽນແປງຂອງດິນຟ້າອາກາດ ດ້ວຍທຶນເບື້ອງຕົ້ນແມ່ນ 15 ລ້ານ USD ແລະ ຮັບຮອງເອົາກົນໄກການເຄື່ອນໄຫວຂອງອົງການຈັກກະວານ ອາເມລິກາລາຕີນ ແລະ Caribe. ຄຽງຄູ່ກັນນັ້ນ CELAC ກໍ່ຮັບຮອງເອົາເລື່ອງອອກສຽງຄັດຄ້ານການປິດລ້ອມເສດຖະກິດສຳລັບ ກູບາ ແລະ ສະຫນັບສະຫນູນອະທິປະໄຕຂອງ ອັກຊັງຕີນ ສຳລັບໝູ່ເກາະ Malvinas

ຕອບກັບ

ຂ່າວ/ບົດ​ອື່ນ