ກອງປະຊຸມສຸດຍອດ CLV ຄັ້ງທີ 1 ຮັບຮອງເອົາຖະແຫຼງການຮ່ວມ

(VOVWORLD) - ຖະແຫຼງການຮ່ວມ ໂດຍປະທານສະພາແຫ່ງຊາດ 3 ທ່ານລົງນາມ, ຢືນຢັນຄືນໃໝ່ຄຳໝັ້ນສັນຍາເປີດກວ້າງ ແລະ ເຮັດໃຫ້ການພົວພັນຮ່ວມມື ແລະ ຄູ່ຮ່ວມມືລັດຖະສະພາເລິກເຊິ່ງຂຶ້ນຕື່ມ
ກອງປະຊຸມສຸດຍອດ CLV ຄັ້ງທີ 1 ຮັບຮອງເອົາຖະແຫຼງການຮ່ວມ - ảnh 1(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ວາລະອັດກອງປະຊຸມ)

        ຕອນບ່າຍວັນທີ 06 ທັນວາ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ຈັດວາລະປະຊຸມຄົບຄະນະເທື່ອທີ 2 ແລະ ພິທີອັດກອງປະຊຸມສຸດຍອດສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ (CLV) ຄັ້ງທີ 1. ກອງປະຊຸມໄດ້ບັນລຸຜົນສຳເລັດຢ່າງຈົບງາມ ແລະ ຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີບົດບາດຂອງລັດຖະສະພາໃນການຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງ 3 ປະເທດ.

        ຖະແຫຼງການຮ່ວມ ໂດຍປະທານສະພາແຫ່ງຊາດ 3 ທ່ານລົງນາມ, ຢືນຢັນຄືນໃໝ່ຄຳໝັ້ນສັນຍາເປີດກວ້າງ ແລະ ເຮັດໃຫ້ການພົວພັນຮ່ວມມື ແລະ ຄູ່ຮ່ວມມືລັດຖະສະພາເລິກເຊິ່ງຂຶ້ນຕື່ມ, ແນໃສ່ຮັກສາ ແລະ ປົກປ້ອງການຮ່ວມມືຢ່າງແໜ້ນແຟ້ນ, ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງສະພາແຫ່ງຊາດ 3 ປະເທດ, ຜ່ານນັ້ນ, ກໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດ, ຄື: ການເມືອງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວັດທະນະທຳ, ເສດຖະກິດ ເພື່ອການພັດທະນາເສດຖະກິດ - ສັງຄົມຂອງ 3 ປະເທດ. ຖະແຫຼງການຮ່ວມກໍ່ສະແດງໃຫ້ເຫັນຄວາມເຫັນດີເຫັນພ້ອມຂອງສະພາແຫ່ງຊາດ 3 ປະເທດ ກ່ຽວກັບບັນດາບຸລິມະສິດການຮ່ວມມືໃນ 3 ເສົາຄ້ຳ, ເຊິ່ງແມ່ນ: ການເມືອງ - ການຕ່າງປະເທດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ເສດຖະກິດ - ວັດທະນະທຳ - ສັງຄົມ.

        ກ່າວຄຳເຫັນທີ່ວາລະອັດກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ເນັ້ນໜັກວ່າ, ໃນໂລກທີ່ເຕັມໄປດ້ວຍການຜັນແປ ແລະ ສັບສົນຄືໃນປະຈຸບັນ, ເລື່ອງເພີ່ມທະວີ ແລະ ປັບປຸງການພົວພັນຮ່ວມມື, ນ້ຳໃຈສາມັກຄີລະຫວ່າງ 2 ປະເທດຍິ່ງສຳຄັນກວ່າເວລາໃດໝົດ ແລະ 2 ປະເທດຕ້ອງຫັນບັນດາຄຳໝັ້ນສັນຍາການຮ່ວມມືໃຫ້ບັນລຸປະສິດທິຜົນຢ່າງແທດຈິງ.

        ທີ່ພິທີອັດ, ໂດຍຕາງໜ້າໃຫ້ສະພາແຫ່ງຊາດ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ມອບ-ຮັບໜ້າທີ່ທີ່ສຳຄັນຈາກສະພາແຫ່ງຊາດ ລາວ ເປັນປະເທດເຈົ້າພາບຈັດກອງປະຊຸມສຸດຍອດ CLV ຄັ້ງທີ 2, ຄາດວ່າ ຈະຈັດຂຶ້ນໃນປີ 2025.

ຕອບກັບ

ຂ່າວ/ບົດ​ອື່ນ