ກອງປະຊຸມສຸດຍອດ EU ຍັງຄົງບໍ່ລົງລອຍກັນກ່ຽວກັບຮ່າງງົບປະມານໄລຍະ 2014-2020

ກອງປະຊຸມສຸດຍອດ EU ຍັງຄົງບໍ່ລົງລອຍກັນກ່ຽວກັບຮ່າງງົບປະມານໄລຍະ 2014-2020 - ảnh 1
ນາຍົກລັດຖະມົນຕີ​ເຢຍລະ​ມັນ ທ່ານ​ນາງ Angela Merkel ຕອບສຳພາດນັກຂ່າວ (ພາບ : AP)


Vovworld- ວັນ​ທີ 23/11, ກອງ​ປະຊຸມສຸດ​ຍອດ​ຢ່າງ​ບໍ່​ເປັນ​ທາງ​ການ​ຂອງ​ສະຫະພາບ​ເອີ​ລົບ EU ​ໄດ້​ກ້າວ​ສູ່ມື້​ທີ່ 2 ຊຶ່ງ​ອາດ​ຈະ​ບໍ່​ບັນລຸ​ຂໍ້​ຕົກລົງ​ສຸດ​ທ້າຍ​ກ່ຽວ​ກັບ​ງົບປະມານ​ທີ່​ມີ​ມຸນຄ່າ​ນັບ​ພັນ​ຕື້​ເອີ​ໂຣ​ໃຫ່​ແກ່​ໄລຍະ 2014 – 2020. ​ໃນ​ການ​ປະຊຸມ​ມື້​ທີ່ 1, ບັນດາ​ນັກ​ເຈລະຈາ​ຍັງ​ບໍ່​ທັນ​ເປັນ​ເອກະສັນ​ກັນ​ກັບ​ການສະ​ເໜີ​ຮ່າງງົບ​ປະມານ​ລວມມຸນ​ຄ່່າ 950 ຕື້ ​​ເອີ​ໂຣ ​ໂດຍ​ປະທານ​ສະພາ​ເອີ​ລົບ Herman Rompuy ຍົກ​ອອກ​ມາ, ຫຼຸດ 80 ຕື້ ​ເອີ​ໂຣ​ເມື່ອ​ທຽບ​ໃສ່​ຂໍ້​ສະ​ເໜີ​ຂອງ​ຄະນະ​ກຳມະການ​ເອີ​ລົບ EC . ນາຍົກລັດຖະມົນຕີ​ເຢຍລະ​ມັນ ທ່ານ​ນາງ Angela Merkel ​ໄດ້​ສະໜັບສະໜູນ​ການ​ຫຼຸດຜ່ອນ​ງົບປະມານ EU ຕາມ​ແຕ່ລະ​ໄລຍະ, ​ໃນ​ຂະນະ​ນັ້ນ, ປະທານາທິບໍດີ ຝະລັ່ງ Francois Hollande ຢືນຢັນ​ວ່າ ງົບປະມານ EU ຍັງ​ຄົງ​ຕ້ອງ​ສະຫງວນ​ບຸລິມະສິດ​ໃຫ້​ແກ່​ການ​ເຕີບ​ໂຕ ​ແລະ ຮັກສາ​ນະ​ໂຍບາຍ​ກະສິກຳ​ລວມ. ສຳລັບ​ການ​ຮັກ​ສາ ຫຼື​ເພີ່ມ​ຂອບ​ເຂດ​ການ​ເງິນ​ໃຫ້​ແກ່​ໄລ​ຍະ 2014-2020 ພຽງ​ແຕ່​ໄດ້​ຮັບ​ຄວາ​ມ​ເອົ​າ​ໃຈ​ໃສ່ຈາກ ​ເກຼັກ, EC ​ແລະ ລັດຖະສະພາ​ເອີ​ລົບ. ສ່ວນ​ບາງ​ປະ​ເທ​ດອື່ນໆ, ​ໃນ​ນັ້ນ​ມີ​ອັງກິດ​ນຳໜ້າ ​ໄດ້​​ຂູ່ວ່າ​ຈະ​ໃຊ້​ສິດ​ຢັບຢັ້ງ​ຖ້າ​ຫາກ​ກອງ​ປະຊຸມ​ບໍ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຂອງ​ລອນ​ດອນ ​ໃຫ້​ຫຼຸດ​ງົບປະມານ​ໃນ 7 ປີ​ຂ້າງ​ໜ້າ ​ແລະ ວາງ​ອອກ​ໂຄງການ “ ຮັດ​ເຂັມຄັດ ” ຂອງ​ທັງ EU ​ໃນ​ຈຸດ​ເວລາ​ທີ່​ວິ​ກິດ​ການ​ໜີ້​ສາທາລະນະ​ພວມ​ມີ​ໄພ​ແຜ່​ລາມ​ອອກ​ສູ່​ວົງ​ກ້ວາງ.

 

ຂ່າວ/ບົດ​ອື່ນ