ກອງປະຊຸມສຸດຍອດ G20 ຈະເນັ້ນໜັກເຖິງຄວາມສໍາຄັນຂອງການຄ້າເສລີ

(VOVWORLD) -ການນໍາບັນດາປະເທດ G20   ອາດຈະຢັ້ງຢືນຄືນໃໝ່ກ່ຽວກັບຄວາມສໍາຄັນຂອງການຄ້າເສລີໃນສະພາບທີ່ລັດທິອາລັກຂາພວມເພີ່ມຂຶ້ນ.

  ທີ່ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນ (G20) ເຊິ່ງຈະດໍາເນີນໃນລະຫວ່າງວັນທີ 30 ພະຈິກ - 01 ທັນວາ ຈະມາເຖິງ, ການນໍາບັນດາປະເທດ G20   ອາດຈະຢັ້ງຢືນຄືນໃໝ່ກ່ຽວກັບຄວາມສໍາຄັນຂອງການຄ້າເສລີໃນສະພາບທີ່ລັດທິອາລັກຂາພວມເພີ່ມຂຶ້ນ. ປັດຈຸບັນ ຫາງສຽງພວມສົນໃຈເຖິງການພົບປະທີ່ໄດ້ຂຶ້ນແຜນແລ້ວ ລະຫວ່າງ ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ. ຖ້າຫາກການພົບປະຖືກດໍາເນີນ,  ນີ້ຈະແມ່ນການພົບປະສອງຝ່າຍຄັ້ງທໍາອິດ ນັບແຕ່ເມື່ອສອງປະເທດ ເລີ່ມເກີດສົງຄາມການຄ້າໃນປີນີ້ ເຊິ່ງໄດ້ສົ່ງຜົນກະທົບທາງລົບເຖິງການເຕີບໂຕເສດຖະກິດຂອງທົ່ວໂລກ.  

        ນອກຈາກນັ້ນ, ການນໍາ G20   ກໍຈະປຶກສາຫາລືກ່ຽວກັບບັນດາຄວາມສ່ຽງອື່ນ ທີ່ພື້ນຖານເສດຖະກິດທົ່ວໂລກພວມປະເຊີນໜ້າ, ໃນນັ້ນມີການຫຼຸດລະດັບການເຕີບໂຕຂອງພື້ນຖານເສດຖະກິດຂອງຈີນ ແລະ ເລື່ອງຫັນນະໂຍບາຍເງິນຕາຂອງ ອາເມລິກາ ທີ່ອາດຈະພາໄປເຖິງສະພາບຖອນການລົງທຶນໃນບັນດາຕະຫຼາດຫາກໍ່ພົ້ນເດັ່ນຂຶ້ນ ໃຫ້ເປັນປົກກະຕິ.


ຕອບກັບ

ຂ່າວ/ບົດ​ອື່ນ