ກອງປະຊຸມສຸດຍອດ GCC ສິ້ນສຸດກ່ອນກຳນົດເວລາຍ້ອນຂາດຄວາມບໍ່ລົງລອຍກັນຢູ່ພາຍໃນ

(VOVWORLD) -ວັນທີ 05 ທັນວາ, ກະສັດຄູເວດ Sheikh Sabah Al Ahmad Al Sabah ໄດ້ປະກາດສິ້ນສຸດກອງປະຊຸມສຸດຍອດປະຈຳປີຄັ້ງທີ 38 ຂອງສະພາຮ່ວມມືເຂດອ່າວເປີເຊຍ (GCC) ກ່ອນກຳນົດເວລາ, ພາຍຫຼັງການພົບປະຂັ້ນສູງຄາດວ່າຈະດຳເນີນເປັນເວລາ 2 ວັນ ເຊິ່ງ ຫາກໍ່ເລີ່ມດຳເນີນຢູ່ນະຄອນຫຼວງ ຄູເວດ ພຽງ 2 – 3 ຊົ່ວໂມງ.

ກອງປະຊຸມສຸດຍອດ GCC ສິ້ນສຸດກ່ອນກຳນົດເວລາຍ້ອນຂາດຄວາມບໍ່ລົງລອຍກັນຢູ່ພາຍໃນ - ảnh 1ກະສັດຄູເວດ Sheikh Sabah Al Ahmad Al Sabah

(ພາບປະກອບ: AFP/TTXVN)

ເລື່ອງສິ້ນສຸດກອງປະຊຸມສຸດຍອດ ສືບຕໍ່ເກີດຄວາມລະແວງສົງໄສກ່ຽວກັບອະນາຄົດຂອງ GCC, ກຸ່ມການເມືອງ ແລະ ເສດຖະກິດລວມມີ 6 ປະເທດເຂດອ່າວເປີເຊຍ ແມ່ນ: ບາເລນ, ຄູເວດ, ໂອມານ, ກາຕາ, ຊະອຸດີອາຣາເບຍ ແລະ ສະຫະລັດອາຣັບ ເອມມີເລດ.

        ຂໍ້ຕົກລົງຂອງທ່ານ Sheikh Sabah ຖືກຍົກອອກມາ ໃນວັນດຽວກັນພາຍຫຼັງທີ່ UAE ໄດ້ແຈ້ງວ່າ ບັນລຸໄດ້ຂໍ້ຕົກລົງຮ່ວມມືໃໝ່ສະເພາະກັບຊະອຸດີ ອາຣາເບຍ, ທີ່ບໍ່ກ່ຽວຂ້ອງເຖິງ GCC. ຍັງມີສາຍເຫດໜຶ່ງອີກເຊິ່ງເຮັດໃຫ້ກະສັດປະເທດເຈົ້າພາບ Sheikh Sabah ບໍ່ຢາກແກ່ຍາວກອງປະຊຸມຕາມແຜນການ ແມ່ນຍ້ອນ 3 ປະເທດອາຣັບ ຕັດການພົວພັນທາງການທູດກັບກາຕາ ລວມມີ ຊະອຸດີ ອາຣາເບຍ, UEA ແລະ ບາເລນ ພຽງຈັດສົ່ງຜູ້ຕາງໜ້າຂັ້ນຕ່ຳກວ່າເຂົ້າຮ່ວມກອງປະຊຸມ. ເຖິງຢ່າງໃດກໍ່ຕາມ, ກ່າວຄຳເຫັນທີ່ກອງປະຊຸມ, ກະສັດຄູເວດ Sheikh Sabah ໄດ້ຮຽກຮ້ອງໃຫ້ສ້າງຕັ້ງຄະນະກຳມະການ ເພື່ອແນໃສ່ພິຈາລະນາປັບປຸງກົດລະບຽບຂອງ GCC.

ຕອບກັບ

ຂ່າວ/ບົດ​ອື່ນ