ກອງປະຊຸມສຸດຍອດ ຄັ້ງທີສອງ ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ: ຫວຽດນາມ ໄດ້ປະຕິບັດບົດບາດເປັນປະເທດເຈົ້າພາບເປັນຢ່າງດີ.

(VOVWORLD) -ທ່ານ ສາດສະດາຈານ Stephen Noerper, ຜູ້ອຳນວຍການຂັ້ນສູງສຸດຂອງສະຖາບັນ ສ.ເກົາຫຼີ ໄດ້ຕີລາຄາສູງ ຫວຽດນາມໃນການປະຕິບັດບົດບາດເປັນເຈົ້າພາບຈັດກອງປະຊຸມສຸດຍອດຄັ້ງນີ້ເປັນຢ່າງດີ
ກອງປະຊຸມສຸດຍອດ ຄັ້ງທີສອງ ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ: ຫວຽດນາມ ໄດ້ປະຕິບັດບົດບາດເປັນປະເທດເຈົ້າພາບເປັນຢ່າງດີ. - ảnh 1ທ່ານປະທານາທິບໍດີ ອາເມລິກາ DonaldTrump ແລະທ່ານ ປະເທານ ສປປ.ເກົາຫຼີ Kim Jong- Un.

ພາຍຫຼັງສິ້ນສຸດກອງປະຊຸມສຸດຍອດຄັ້ງທີສອງລະຫວ່າງ ອາເມລິກາ - ສປປ.ເກົາຫຼີ, ທ່ານສາດສະດາຈານ Stephen Noerper, ຜູ້ອຳນວຍການຂັ້ນສູງສຸດຂອງສະຖາບັນ ສ.ເກົາຫຼີ ໄດ້ຕີລາຄາສູງ ຫວຽດນາມ ໃນການປະຕິບັດບົດບາດເປັນເຈົ້າພາບຈັດກອງປະຊຸມສຸດຍອດຄັ້ງນີ້ເປັນຢ່າງດີແລະຄວາມມານະພະຍາຍາມຂອງ ຫວຽດນາມ ລ້ວນແຕ່ໄດ້ຮັບການຮັບຮູ້ຈາກທຸກຝ່າຍ, ໂດຍສະເພາະແມ່ນບັນດາຝ່າຍທີ່ເຂົ້າຮ່ວມໃນການເຈລະຈາ. ທ່ານ Noerper ໃຫ້ຂໍ້ສັງເກດວ່າ ພາຍຫຼັງກອງປະຊຸມນີ້, ຫວຽດນາມ ອາດຈະສືບຕໍ່ສວມບົດບາດເປັນເຈົ້າພາບອີກໃນອະນາຄົດ. ຕານທ່ານ Noerper ແລ້ວ ເລື່ອງ ທ່ານ Kim Jong-Un ຜູ້ນຳ ສປປ. ເກົາຫຼີຖືເອົາໂອກາດນີ້ໄປຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການນັ້ນກໍ່ເປັນເຫດການທີ່ສຳຄັນທີ່ສຸດ, ຜ່ານນັ້ນສະແດງໃຫ້ເຫັນປາດຖະໜາຢາກຊອກຮູ້ກ່ຽວກັບຫວຽດນາມ.

        ກ່ຽວກັບຜົນຂອງກອງປະຊຸມທີ່ຜ່ານມາ, ທ່ານ ສາດສະດາຈານ Stephen Noerper ຢັ້ງຢືນວ່າສິ່ງທີ່ຕັ້ງໜ້າແມ່ນວິວັດການເຈລະຈາຍັງຄົງໄດ້ດຳເນີນຕໍ່ໄປ. ເພື່ອແກ້ໄຂບັນດາຂໍ້ຂັດແຍ້ງກ່ຽວກັບຄວາມຮັບຮູ້ຂອງການປອດນິວເຄຼີຍ. ທ່ານ ສາດສະດາຈານ Stephenໃຫ້ຮູ້ຕື່ມອີກວ່າ: ອາເມລິກາ ແລະ ສປປ.ເກົາຫຼີ ຕ້ອງມີຄວາມເຂົ້າໃຈຢ່າງຈະແຈ້ງກ່ຽວກັບນິຍາມຂອງການປອດນິວເຄຼຍຂອງກັນແລະກັນ, ກໍ່ຄືຕ້ອງເບິ່ງຄືນຄວາມແຕກຕ່າງ ທີ່ຍັງຄົງຄ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ