ກອງປະຊຸມສຸດຍອດ ຄວາມປອດໄພດ້ານ ນິວເຄຼຍດຳເນີນວາລະ ປະຊຸມຄົບຄະນະ

ກອງປະຊຸມສຸດຍອດ ຄວາມປອດໄພດ້ານ ນິວເຄຼຍດຳເນີນວາລະ ປະຊຸມຄົບຄະນະ - ảnh 1
ປະທານາທິບໍດີ ສ. ​ເກົ​າຫຼີ Lee Myung Bak
(ພາບ: internet)

Vovworld- ວັນ​ທີ 27/3 ບັນດາ​ການ​ນຳ​ໂລກ​ກ້າວ​ເຂົ້າ​ສູ່​ວາລະ​ປະຊຸມ​ຄົບຄະນະ ​ແນ​ໃສ່​ຊອກ​ຫາ​ມາດ​ຕະການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນກ່ຽວ​ກັບຄວາມ​ປອດ​ໄພ ​ດ້ານ​ນິວ​ເຄຼຍ. ການ​ນຳ​ຫຼາຍ​ທ່ານ​ໄດ້​ມີ​ບົດ​ປາ​ໄສ​ທີ່​ສຳຄັນ​ຕໍ່​ກອງ​ປະຊຸມ, ຊຶ່ງ​ເນັ້ນ​ໜັກ​ເຖິງຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍ ​ແລະ ການ​ກະທຳ​ຂອງ​ໂລກ​ເພື່ອ​ອະນາຄົດ​ອັນ​ດີງາມ​ກ່ວາ​ໃຫ້​ແກ່​ຄົນ​ລຸ່ນຫຼັງ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ປະທານາທິບໍດີ ສ. ​ເກົ​າຫຼີ Lee Myung Bak ​ເນັ້ນ​ໜັກ​ເຖິງ​ຄວາມ​ຕ້ອງ​ການສົມທົບ​ການ​ເຄື່ອນ​ໄຫວ​ສາກົນ​ແນ​ໃສ່​ເພີ່ມ​ ທະວີ​ລະບອບ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍທົ່ວ​ໂລກ. ທ່ານ​ຍັງ​ເນັ້ນ​ໜັ້ກ​ເຖິງ​ວິ​ກິດ​ການ​ນິວ​ເຄຼຍຢູ່ຍີ່ປຸ່ນ​ຈາກ​ຜົນ​ພາຍຫຼັງ​ ຂອງ​ໄພພິບັດ​ທຳ​ມະ​ຊາດເມື່ອປີກາຍ. ທ່ານ​ປະທານາທິບໍດີ ສ. ​ເກົ​າຫຼີ Lee Myung Bak ຖືວ່າ ໂລກຄວນສຸມໃສ່ບັນດາມາດຕະການເພີ່ມທະວີ ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍ ແລະ ນີ້ຈະແມ່ນບັນດາຫົວເລື່ອງຄວນເລັ່ງໃສ່ປຶກສາຫາລື ຢູ່ທີ່ກອງປະຊຸມຄັ້ງນີ້.

    ທີ່ວາລະປະຊຸມ, ບັນດາການນຳໂລກໄດ້ປຶກສາຫາລືບັນດາໝາກຜົນທີ່ບັນລຸ ມາໄດ້ຢູ່ທີ່ກອງ​ປະຊຸມ​ສຸດ​ຍອດ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍທີ່ດຳເນີນຢູ່ ອາເມລິກາເມື່ອ 2010, ປຶກສາຫາລືບັນດາມາດຕະການຮ່ວມມື ແນໃສ່ຮັບມືກັບ ໄພອັນຕະລາຍກໍ່ການຮ້າຍດ້ວຍນິວເຄຼຍ, ມາດຕະການປົກປັກຮັກສາວັດຖຸເພື່ອ ຜະລິດນິວເຄຼຍ ແລະ ອຶ່ນໆ.


ຂ່າວ/ບົດ​ອື່ນ