ກອງ​ປະ​ຊຸມ​ສຸດ​ຍອດ ສາ​ທາລະ​ນະ​ສຸກ​ໂລກ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ໂລກ​ລະ​ບາດ​ທົ່ວ​ໂລກ

(VOVWORLD) - ກອງປະຊຸມສຸດຍອດສາທາລະນະສຸກ ຖືກຈັດຂຶ້ນປະຈຳປີ ນັບແຕ່ປີ 2009 ເປັນຕົ້ນມາ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງໂຮງໝໍ Charite ຢູ່ Berlin ຄົບຮອບ 300 ປີ ແລະ ປີນີ້ຖືກດຳເນີນໃນເວລາ 3 ວັນແຕ່ວັນທີ 24 – 26 ຕຸລາ ຕາມຮູບການໂດຍກົງປະສົມກັບທາງໄກ.
ກອງ​ປະ​ຊຸມ​ສຸດ​ຍອດ ສາ​ທາລະ​ນະ​ສຸກ​ໂລກ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ໂລກ​ລະ​ບາດ​ທົ່ວ​ໂລກ - ảnh 1(ພາບປະກອບ: TTXVN)

ວັນທີ 24 ຕຸລາ, ກອງປະຊຸມສຸດຍອດ ສາທາລະນະສຸກໂລກ ຖືກໄຂຂຶ້ນຢູ່ນະຄອນຫຼວງ Berlin, ປະເທດ ເຢຍລະມັນ.

        ກອງປະຊຸມສຸດຍອດສາທາລະນະສຸກ ຖືກຈັດຂຶ້ນປະຈຳປີ ນັບແຕ່ປີ 2009 ເປັນຕົ້ນມາ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງໂຮງໝໍ Charite ຢູ່ Berlin ຄົບຮອບ 300 ປີ ແລະ ປີນີ້ຖືກດຳເນີນໃນເວລາ 3 ວັນແຕ່ວັນທີ 24 – 26 ຕຸລາ ຕາມຮູບການໂດຍກົງປະສົມກັບທາງໄກ.

        ກອງປະຊຸມປີນີ້ ສຸມໃສ່ຫົວຂໍ້: ຍຸດທະສາດທົ່ວໂລກແນໃສ່ຮັບມື ແລະ ສະກັດກັ້ນໂລກລະບາດ; ບົດບາດຂອງເຢຍລະມັນ, ເອີລົບ ແລະ ອົງການອະນາໄມໂລກ (WHO) ໃນການເບິ່ງແຍງສຸຂະພາບທົ່ວໂລກ ແລະ ຈັດແບ່ງວັກຊິນຢ່າງຍຸຕິທຳ; ກໍຄືການປ່ຽນແປງຂອງດິນຟ້າອາກາດ ແລະ ສາທາລະນະສຸກທົ່ວໂລກ. ມີຜູ້ແທນກວ່າ 6.000 ທ່ານ ເຊິ່ງເປັນນັກຊ່ຽວຊານໃນຂົງເຂດສາທາລະນະສຸກ, ການເມືອງ ແລະ ເສດຖະກິດ ພ້ອມດ້ວຍນັກປະຖະກະຖາ 380 ທ່ານທີ່ມາຈາກທຸກແຖບຖິ່ນໃນທົ່ວໂລກ. ກອງປະຊຸມໄດ້ຮັບການອຸປະຖຳຈາກທ່ານນາຍົກລັດຖະມົນຕີເຢຍລະມັນ, ທ່ານປະທານາທິບໍດີ ຝລັ່ງ, ປະທານຄະນະກຳມະການເອີີຣົບ (EC) ແລະ ທ່ານຜູ້ອຳນວຍການໃຫຍ່ ອົງການ WHO.


ຕອບກັບ

ຂ່າວ/ບົດ​ອື່ນ