ກອງປະຊຸມສຸດຍອດ ອີຢູ - ຈີນ ສິ້ນສຸດລົງໃນຄວາມບໍ່ລົງລອຍກັນ

(VOVWORLD) - ກອງປະຊຸມສຸດຍອດທາງອອນລາຍລະຫວ່າງສະຫະພາບ ເອີຣົບ (ອີຢູ) - ຈີນ ໃນວັນທີ 14 ກັນຍາ ສືບຕໍ່ເກີດບັນດາຄວາມບໍ່ລົງລອຍກັນລະຫວ່າງ 2 ຝ່າຍ, ໃນນັ້ນ ຈຸດພົ້ນເດັ່ນທີ່ສຸດ ນັ້ນແມ່ນບັນຫາການຄ້າ - ການລົງທຶນ, ກໍ່ຄືທັດສະນະທີ່ແຕກຕາງກັນກ່ຽວກັບດ້ານຄວາມໝັ້ນຄົງ, ສິດທິມະນຸດ. 
ກອງປະຊຸມສຸດຍອດ ອີຢູ - ຈີນ ສິ້ນສຸດລົງໃນຄວາມບໍ່ລົງລອຍກັນ - ảnh 1ກອງປະຊຸມສຸດຍອດ ອີຢູ - ຈີນ (ພາບ: Yahoo)

  ໃນສານທີ່ສົ່ງເຖິງການນຳສູງສຸດຂອງ ຈີນ, ເຈົ້າໜ້າທີ່ຂັ້ນສູງຂອງອີຢູ ທັງ 3 ທ່ານໂດຍແມ່ນທ່ານປະທານສະພາເອີຣົບ Charles Michel; ທ່ານປະທານຄະນະກຳມະການເອີຣົບ Ursula von der Leyen ແລະ ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ລ້ວນແຕ່ຢ້ຳຄືນຄຳຮຽກຮ້ອງແຕ່ຫລາຍປີກ່ອນຂອງຝ່າຍ ອີຢູ ທີ່ວ່າ ຈີນ ຄວນເປີດປະຕູຕະຫລາດພາຍໃນຂອງ ຈີນ ຢ່າງແຮງກ່ວາ ຕາມຫຼັກການຕ່າງຝ່າຍຕ່າງມີຜົນປະໂຫຍດກັບ ເອີຣົບ.

ຕອບກັບ

ຂ່າວ/ບົດ​ອື່ນ