ກອງປະຊຸມສຸດຍອດ ອີຢູ ຊັ່ງຊາມາດຕະການເພີ່ມທະວີການລົງໂທດ ສປປ.ເກົາຫຼີ

(VOVWORLD) - ສະຫະພາບ ເອີຣົບ (ອີຢູ) ຈະຊັ່ງຊາບັນດາມາດຕະການເພີ່ມທະວີການລົງໂທດ ສປປ.ເກົາຫຼີ ຍ້ອນບັນດາໂຄງການອາວຸດລູກສອນໄຟນຳວິຖີ ແລະ ນິວເຄຼຍຂອງປະເທດນີ້. 
ກອງປະຊຸມສຸດຍອດ ອີຢູ ຊັ່ງຊາມາດຕະການເພີ່ມທະວີການລົງໂທດ ສປປ.ເກົາຫຼີ - ảnh 1ເພີ່ມທະວີການລົງໂທດ ສປປ.ເກົາຫຼີ ຍ້ອນບັນດາໂຄງການອາວຸດລູກສອນໄຟນຳວິຖີ ແລະ ນິວເຄຼຍຂອງປະເທດນີ້ (ພາບ: Yonhap/TTXVN)

ຕາມສຳນັກຂ່າວສານ AFP, ການນຳບັນດາປະເທດສະມາຊິກ ອີຢູ ເຂົ້າຮ່ວມກອງປະຊຸມສຸດຍອດຂອງກຸ່ມຢູ່ນະຄອນຫລວງ ບຣຸກແຊນ ປະເທດ ແບນຊິກ ແຕ່ວັນທີ 19 – 20 ຕຸລາ ຈະເຫັນດີເປັນເອກະພາບສະໜັບສະໜູນບັນດາມາດຕະການໃໝ່ ແລະ ແຮງກ່ວາບັນດາມາດຕະການລົງໂທດ ເຊິ່ງສະຫະປະຊາຊາດຈັດວາງກ່ອນນີ້, ພ້ອມທັງ ກ່າວເຕືອນ ພຽງຢາງ ວ່າ: ບັນດາມາດຕະການນີ້ ອາດຈະໄດ້ຮັບການປະຕິບັດ. ຕາມຮ່າງຖະແຫຼງການ ຈະໄດ້ຮັບການປະກາດພາຍຫລັງກອງປະຊຸມສຸດຍອດຢູ່ ບຣຸກແຊນ ສິ້ນສຸດລົງ, ອີຢູ ຊີ້ແຈ້ງວ່າ: ການກະທຳໃນໄລຍະມໍ່ໆມານີ້ຂອງ ສປປ.ເກົາຫຼີ ແມ່ນບໍ່ອາດຍອມຮັບໄດ້ ແລະ ກໍ່ໄພນາບຂູ່ພໍສົມຄວນສຳລັບແຫຼມ ເກົາຫຼີ ແລະ ບັນດາເຂດທີ່ໄກກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ