ກອງປະຊຸມສຸດຍອດ ອີຢູ ບໍ່ເປັນທາງການໄດ້ປຶກສາຫາລືຫລາຍບັນຫາຮີບດ່ວນ

(VOVWORLD) -ຫົວຂໍ້ຕົ້ນຕໍຂອງກອງປະຊຸມແມ່ນສຸມໃສ່ເຂົ້າສະພາບການກ່ຽວຂ້ອງເຖິງການປະທະກັນຢູ່ ຢູແກຼນ, ເລື່ອງ ອີຢູ ສືບຕໍ່ຫນູນຊ່ວຍໃຫ້ ຢູແກຼນ, ວິກິດການພະລັງງານ ແລະບັນດາບັນຫາເສດຖະກິດ ຂອງ ອີຢູ.
ກອງປະຊຸມສຸດຍອດ ອີຢູ ບໍ່ເປັນທາງການໄດ້ປຶກສາຫາລືຫລາຍບັນຫາຮີບດ່ວນ - ảnh 1ການນຳ ເຢຍລະມັນ, ໂຮນລັງ ແລະ ຝລັ່ງ: ພາບ: TTXVN

ວັນທີ 7 ຕຸລາ, ກອງປະຊຸມສຸດຍອດບໍ່ເປັນທາງການ ຂອງ ສະຫະພາບເອີລົບ (ອີຢູ) ໄດ້ໄຂຂຶ້ນຢູ່ນະຄອນຫລວງ ປຣາຮາ ປະເທດ ສ ເຊັກໂກ ໂດຍມີການເຂົ້າຮ່ວມຂອງການນຳ 27 ປະເທດສະມາຊິກ ແລະບັນດາເຈົ້າຫນ້າທີ່ອາວຸໂສ ອີຢູ. ນີ້ແມ່ນບາດກ້າວທຳອິດກະກຽມມຸ່ງໄປເຖິງກອງປະຊຸມສຸດຍອດ ອີຢູ ຈະຈັດຂຶ້ນໃນໄລຍະຈະມາເຖິງຢູ່ ນະຄອນຫລວງ ບຣຸກແຊນ ປະເທດ ແບນຊິກ.

ຫົວຂໍ້ຕົ້ນຕໍຂອງກອງປະຊຸມແມ່ນສຸມໃສ່ເຂົ້າສະພາບການກ່ຽວຂ້ອງເຖິງການປະທະກັນຢູ່ ຢູແກຼນ, ເລື່ອງ ອີຢູ ສືບຕໍ່ຫນູນຊ່ວຍໃຫ້ ຢູແກຼນ,ວິກິດການພະລັງງານ ແລະບັນດາບັນຫາເສດຖະກິດ ຂອງ ອີຢູ.

ຕາມທ່ານນາຍົກລັດຖະມົນຕີ ສ ເຊັກໂກ Pert Fiala ແລ້ວ, ອີຢູ ຕ້ອງເຫັນດີກ່ຽວກັບເລື່ອງປະຕິບັດບັນດາບາດກ້າວເພື່ອຫລຸດລາຄາພະລັງງານ, ໃນນັ້ນ  ມີການກຳນົດລາຄາອາຍແກສໄດ້ນຳໃຊ້ເຂົ້າໃນການຜະລິດໄຟຟ້າ. ນີ້ກໍ່ແມ່ນທັດສະນະໂດຍການນຳ ອີຢູ ຫລາຍທ່ານເຫັນດີຕົກລົງ.

ຕອບກັບ

ຂ່າວ/ບົດ​ອື່ນ