ກອງປະຊຸມສຸດຍອດ ອີຢູ ໄຂຂຶ້ນຢູ່ ບຣຸກແຊນ

(VOVWORLD) - ຕອນບ່າຍວັນທີ 22 ມິຖຸນາ, ກອງປະຊຸມສຸດຍອດບັນດາປະເທດສະຫະພາບ ເອີລົບ (ອີຢູ) ເລີ່ມຕົ້ນປະຊຸມຢູ່ນະຄອນຫລວງ ບຣຸກແຊນ ປະເທດ ແບນຊິກ ໃນຄວາມມານະພະຍາຍາມປັບປຸງຄືນໃໝ່ຄວາມໄວ້ເນື້ອເຊື່ອໃຈຂອງບັນດາປະເທດສະມາຊິກ 
ກອງປະຊຸມສຸດຍອດ ອີຢູ ໄຂຂຶ້ນຢູ່ ບຣຸກແຊນ - ảnh 1 (ພາບປະກອບ)

ໃນສະພາວະໝາກຜົນແຫ່ງການເລືອກຕັ້ງປະທານາທິບໍດີຢູ່ ຝະລັ່ງ ຢືນຢັນໄດ້ທ່າໄດ້ປຽບ ຂອງຝ່າຍນິຍົມ ເອີລົບ ແລະ ວິວັດການເຈລະຈາກັບ ອັງກິດ ກ່ຽວກັບ Brexit ເລີ່ມເຄື່ອນໄຫວຕາມແຜນການໂດຍ ອີຢູ ວາງອອກ. ກ່າວຄຳເຫັນກ່ອນທີ່ໄຂກອງປະຊຸມ, ທ່ານ Donail Tusk ປະທານສະພາເອີລົບ ຕີລາຄາວ່າ: ເຖິງວ່າຕ້ອງການຄວາມລະມັດລະວັງ ເພື່ອສາມາດເວົ້າເຖິງຄວາມປະເອີບໃຈ, ແຕ່ ອີຢູ ມີສາເຫດຫລາຍຢ່າງ ເພື່ອຕັ້ວຄວາມຫວັງຕໍ່ຈິດໃຈນີ້. ທ່ານປະທານສະພາເອີລົບ ເນັ້ນໜັກວ່າ ບັນດາຂໍ້ມູນຂ່າວສານດັ່ງກ່າວ ຊ່ວຍສ້າງເປັນບັນດາປັດໃຈເບື້ອງຕົ້ນ ເພື່ອໃຫ້ຊາວ ເອີລົບ ສາມາດມີຄວາມເພິ່ງພໍໃຈຊົ່ວຄາວ. ທ່ານ Donail Tusk ກໍ່ສະແດງຄວາມຫວັງວ່າ ປະເທດ ອັງກິດ ປ່ຽນແທນຄຳຕັດສິນ ແລະ ຍັງຄົງຢູ່ສະຫະພາຍ ເອີລົບ.

ຕອບກັບ

ຂ່າວ/ບົດ​ອື່ນ