ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35: ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ + 3 ຄັ້ງທີ 22,ກອງປະຊຸມສຸດຍອດ ອາຊຽນ - ອາເມລິກາຄັ້ງທີ 7

(VOVWORLD) -ໂດຍສືບຕໍ່່ລາຍການເຮັດວຽກຂອງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35  ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 4 ພະຈິກ, ຢູ່ປະເທດໄທ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ນໍາໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ  + 3 ລະຫວ່າງ ອາຊຽນ ກັບ ຈີນ, ຍີ່ປຸ່ນ ແລະ  ສ.ເກົາຫຼີ.
ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35:  ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ + 3 ຄັ້ງທີ 22,ກອງປະຊຸມສຸດຍອດ ອາຊຽນ - ອາເມລິກາຄັ້ງທີ 7 - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກພ້ອມດ້ວຍການນໍາບັນດາປະເທດ ອາຊຽນ (ພາບ: VGP)

        ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕີລາຄາສູງຕໍ່ຄວາມສໍາຄັນຂອງກອງປະຊຸມ ອາຊຽນ + 3, ຂອບເຂດການຮ່ວມມືຢ່າງຂະຫຍັນຂັນເຄື່ອນໄທີ່ສຸດ ລະຫວ່າງ ອາຊຽນ ກັບ ບັນດາຄູ່ຮ່ວມມື, ກໍາລັງໜູນສໍາຄັນໃຫ້ແກ່ການເຕີບໂຕເສດຖະກິດຂອງພາກພື້ນ ແລະ ທົ່ວໂລກ. ທ່ານຖືວ່າ ໃນສະພາບການໂລກ ແລະ ພາກພື້ນ ພວມສັບສົນຄືແນວນີ້, ບັນດາປະເທດ ອາຊຽນ + 3 ກໍຢືນຢູ່ຕໍ່ໜ້າສິ່ງທ້າທາຍຫຼາຍຢ່າງ ດັ່ງນັ້ນ ຕ້ອງຮ່ວມມືກັນຮັກສາ ແລະ ຊຸກຍູ້ບັນດາການຮ່ວມມືຫຼາຍຝ່າຍ, ຫັນເປັນການຄ້າເສລີ, ເຊື່ອມຕໍ່ ແລະ ຍົກສູງກໍາລັງຄວາມສາມາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕໍ່ໜ້າບັນດາຜົນກະທົບຈາກພາຍນອກ.

        ທ່ານ ຫງວຽນຊວັນຟຸກ ສະເໜີ ຍູ້ແຮງການຮ່ວມມືດ້ານເສດຖະກິດ-ການເງິນ, ເພີ່ມທະວີປະສິດທິຜົນ ແລະ ກຽມພ້ອມຫັນບັນດາບັດບັນທຶກຊ່ວຍຈໍາຫຼາຍຝ່າຍ ເປັນຂໍ້ລິເລີ່ມ ຊຽງໃໝ່ (CMIM) ສໍາລັບບັນດາກໍລະນີສັນນິຖານເກີດວິກິດການ ແລະ ສະກັດກັ້ນສະພາບວິກິດການ; ຍົກສູງກໍາລັງຄວາມສາມາດໃຫ້ແກ່ຫ້ອງການຄົ້ນຄວ້າເສດຖະກິດມະຫາພາກ (AMRO) ເພື່ອນໍາບັນດາຂໍ້ສະເໜີແນະກ່ຽວກັບນະໂຍບາຍທີ່ຈໍາເປັນ.

        ສິ້ນສຸດກອງປະຊຸມ, ບັນດາປະເທດ ໄດ້ເຫັນດີຮັບຮອງເອົາຖະແຫຼງການຂອງບັນດາການນໍາ ອາຊຽນ + 3 ກ່ຽວກັບ ຂໍ້ລິເລີ່ມເຊື່ອມຕໍ່; ສ້າງຕັ້ງເວັບໄຊກ່ຽວກັບ ອາຊຽນ + 3 ເພື່ອເພີ່ມທະວີຄວາມເຂົ້າໃຈ ແລະ ຊຸກຍູ້ໄມຕີຈິດມິດຕະພາບລະຫວ່າງປະຊາຊົນບັນດາປະເທດໃນພາກພື້ນ. 

      ແລະ ກໍໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມ ກອງປະຊຸມສຸດຍອດ ອາຊຽນ - ອາເມລິກາຄັ້ງທີ 7. ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ Robert O’Brien ໄດ້ ຮັບການມອບສິດຈາກປະທານາທິບໍດີ ອາເມລິກາ ເຂົ້າຮ່ວມກອງປະຊຸມ.

       ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຊົມເຊີຍບັນດາຄຳໝັ້ນໝາຍຂອງອາເມລິກາກັບອາຊຽນ ແລະ ຫວັງວ່າ ອາເມລິກາ ສະແດງຄວາມຮັບຜິດຊອບ, ສະໜັບສະໜູນບົດບາດເປັນໃຈກາງຂອງອາຊຽນໃນການສ້າງໂຄງປະກອບພາກພື້ນໃຫ້ເປັນຮູບປະທຳ ໂດຍອີງໃສ່ກົດໝາຍສາກົນ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງທະເລຕາເວັນອອກ, ຄວາມຮັບຜິດຊອບຂອງບັນດາປະເທດທີ່ມີຕໍ່ເສັ້ນທາງທະເລທີ່ສຳຄັນຂອງໂລກ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຢ້ຳຄືນຫຼັກໝັ້ນຫຼັກການຂອງອາຊຽນກ່ຽວກັບທະເລຕາເວັນອອກຊຶ່ງໄດ້ຮັບການຢືນຢັນຈາກບັນດາລັດຖະມົນຕີການຕ່າງປະເທດ ອາຊຽນໃນເດືອນກໍລະກົດທີ່ຜ່ານມາ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢືນຢັນ ບັນດາປະເທດຕ້ອງມີຄວາມຮັບຜິດຊອບໃນການຮັກສາສັນຕິພາບ, ສະຖຽນລະພາບ, ພ້ອມກັນກໍ່ສ້າງເຂດທະເລຕາເວັນອອກແຫ່ງສັນຕິພາບ, ຮ່ວມມື ແລະ ພັດທະນາຢ່າງວັດທະນາຖາວອນ.

       ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS).

ຕອບກັບ

ຂ່າວ/ບົດ​ອື່ນ