ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ຄາດວ່າຈະດຳເນີນໃນກາງເດືອນພະຈິກ 2020

(VOVWORLD) - ອາຊຽນ ຍາມໃດກໍ່ຊົມເຊີຍບັນດາຂໍ້ລິເລີ່ມ, ແນວຄວາມຄິດທີ່ປະກອບສ່ວນໃຫ້ແກ່ຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ. 

ຕອນບ່າຍວັນທີ 15 ຕຸລາ, ທີ່ກອງປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ຂໍ້ມູນກ່ຽວກັບວຽກງານຈັດຕັ້ງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ: ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ຄາດວ່າຈະດຳເນີນໃນກາງເດືອນ ພະຈິກ 2020. ດ້ວຍບົດບາດເປັນປະທານ ອາຊຽນ, ຫວຽດນາມ ໄດ້ຕັ້ງໜ້າ ພ້ອມກັບບັນດາປະເທດສະມາຊິກ ຜັນຂະຫຍາຍວຽກງານກະກຽມໃຫ້ແກ່ກອງປະຊຸມສຳຄັນດັ່ງກ່າວ. ຫວຽດນາມ ກໍ່ພວມກະກຽມຄວາມພ້ອມກ່ຽວກັບວິທີການຈັດຕັ້ງ ເພືຶ່ອແນໃສ່ຮັບປະກັນຄວາມໝັ້ນຄົງ, ມີປະສິດທິຜົນ ແລະ ແທດຈິງ.

ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ຄາດວ່າຈະດຳເນີນໃນກາງເດືອນພະຈິກ 2020 - ảnh 1 ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)

          ກ່ຽວຂ້ອງເຖິງຄວາມຄິດເຫັນຂອງ ຫວຽດນາມ ຕໍ່ຂໍ້ມູນຂ່າວສານທີ່ວ່າ ບັນດາປະເທດຄູ່ຮ່ວມມື ລວມມີ: ອາເມລິກາ, ຍີ່ປຸ່ນ, ອິນເດຍ, ອົດສະຕາລີ ຢາກເພີ່ມທະວີການພົວພັນກັບບັນດາປະເທດ ອາຊຽນ ໃນຂົງເຂດຄວາມເສລີຢູ່ທະເລ, ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ: ອາຊຽນ ຍາມໃດກໍ່ຊົມເຊີຍບັນດາຂໍ້ລິເລີ່ມ, ແນວຄວາມຄິດທີ່ປະກອບສ່ວນໃຫ້ແກ່ຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ. ເປັນປະທານ ອາຊຽນ 2020, ຫວຽດນາມ ໄດ້ວາງໜ້າທີ່ຕົ້ນຕໍໃນປີເປັນປະທານ ແມ່ນສ້າງ ອາຊຽນ ໃຫ້ມີຄວາມສະໜິດຕິດພັນ ແລະ ເປັນເຈົ້າການຮັບມື. ບົນພື້ນຖານນັ້ນ, ຫວຽດນາມ ໄດ້ ແລະ ພວມເສີມຂະຫຍາຍບົດບາດເປັນປະທານຂອງຕົນ, ຍູ້ແຮງການສ້າງປະຊາຄົມ, ຢັ້ງຢືນບົດບາດເປັນໃຈກາງຂອງ ອາຊຽນ ໃນໂຄງປະກອບພາກພື້ນ ແລະ ເປີດກ້ວາງການພົວພັນຕ່າງປະເທດຂອງ ອາຊຽນ. ໃນສະພາບການໂລກລະບາດໂຄວິດ-19 ສົ່ງຜົນສະທ້ອນໂດຍກົງ, ຍາວນານ ແລະ ເລິກເຊິ່ງຕໍ່ຊີວິດການເປັນຢູ່ທາງດ້ານເສດຖະກິດ - ສັງຄົມໃນທົ່ວໂລກ ແລະ ພາກພື້ນ, ຫວຽດນາມ ມີຄວາມປາດຖະໜາ ແລະ ກຽມພ້ອມກັບ ອາຊຽນ ກໍ່ຄືບັນດາປະເທດຄູ່ຮ່ວມມື, ຮ່ວມແຮງຮ່ວມໃຈຟື້ນຟູເສດຖະກິດ, ສ້າງຊີວິດການເປັນຢູ່ຂອງປະຊາຊົນໃຫ້ເປັນປົກກະຕິ ເພື່ອພາກພື້ນອາຊີ - ປາຊີຟິກ ແຫ່ງສັນຕິພາບ, ສະຖຽນລະພາບ, ພັດທະນາ ແລະ ວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ