ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 37 ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ: ຍົກ​ລະ​ດັບ​ການ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື

(VOVWORLD) -ຕອນບ່າຍວັນທີ 15 ພະຈິກ, ພາຍຫຼັງວາລະອັດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ປະທານ ອາຊຽນ ຄັ້ງທີ 2020 ໄດ້ເປັນປະທານກອງປະຊຸມຂ່າວສາກົນ ແຈ້ງໝາກຜົນຂອງກອງປະຊຸມສຳຄັນນີ້.
ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 37 ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ: ຍົກ​ລະ​ດັບ​ການ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານ ກອງປະຊຸມຂ່າວ (ພາບ: baoquocte.vn) 

 ທີ່ກອງປະຊຸມຂ່າວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຢັ້ງຢືນວ່າ ເລື່ອງບັນດາກອງປະຊຸມປະສົບຜົນສຳເລັດຢ່າງຈົບງາມ ໄດ້ເປີດເສັ້ນທາງໃໝ່ໃຫ້ແກ່ ອາຊຽນ ແລະ ຍົກລະດັບການຮ່ວມມືກັບບັນດາຄູ່ຮ່ວມມື ຮ່ວມມືກັນ ແລະ ພ້ອມກັນພັດທະນາເພື່ອສັນຕິພາບ, ວັດທະນາຖາວອນໃນໄລຍະຈະມາເຖິງ.

        ແລກປ່ຽນກັບສື່ມວນຊົນກ່ຽວກັບຜົນສະທ້ອນຂອງການແກ້ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່ທີ່ກະທົບຕໍ່ຄວາມສາມັກຄີຂອງ ອາຊຽນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຖືວ່າ ການແກ້ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່ ແມ່ນສິ່ງທ້າທາຍໃຫຍ່ສຳລັບບັນດາປະເທດ ອາຊຽນ.

        “ບັນດາປະເທດໃຫຍ່ສວມບົດບາດສຳຄັນໃນການຮັບປະກັນສັນຕິພາບ, ຮັກສາສະຖຽນລະພາບ ແລະ ຊຸກຍູ້ວັດທະນະຖາວອນທົ່ວໂລກ, ໃນນັ້ນ ມີບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້. ອາຊຽນ ເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະລ້ວນແຕ່ປາດຖະໜາວ່າ ບັນດາປະເທດໃຫຍ່ມີການພົວພັນທີ່ຕັ້ງໜ້າ, ແກ້ງແຍ້ງກັນຢ່າງສົດໃສ, ເຄົາລົບບົດບາດເປັນໃຈກາງຂອງ ອາຊຽນ ໃນພາກພື້ນ, ຈາກນັ້ນ ມີການປະກອບສ່ວນຢ່າງມີປະສິດທິຜົນ ແລະ ແທດຈິງແກ່ສັນຕິພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະ ພັດທະນາໃນພາກພື້ນ. ບົນເນື້ອໃນຈິດໃຈກໍ່ສ້າງ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື, ຫວຽດນາມ ພ້ອມກັບບັນດາປະເທດ ອາຊຽນ ໄດ້ສາມັກຄີກັນ ມີຫຼັກໝັ້ນອັນດຽວກັນ ແລະ ມີການກະທຳຢ່າງສະເໝີຕົ້ນສະເໝີປາຍ, ຮ່ວມມືກັນດ້ວຍຄວາມຈິງໃຈ, ພ້ອມກັບບັນດາຄູ່ຮ່ວມມືສູ້ຊົນເພື່ອພາກພື້ນ ເປີດກວ້າງ, ໂປງໃສ  ແລະ ເຄື່ອນໄຫວບົນພື້ນຖານຂອງກົດໝາຍ. ທັດສະນະດັ່ງກ່າວ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງໃນເອກະສານສະບັບຕ່າງໆ ຂອງ ອາຊຽນ ໃນຕະຫຼອດປີ 2020”.

        ເມື່ອເຕື້ອງເຖິງການພົວພັນລະຫວ່າງ ອາຊຽນ - ອາເມລິກາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢ້ງຢືນວ່າ ອາເມລິກາ ມີການພົວພັນອັນດີງາມກັບ ຫວຽດນາມ ແລະ ອາຊຽນ ບົນເນື້ອໃນຈິດໃຈມີຄວາມເຂົ້າອົກເຂົ້າໃຈ ແລະ ເຄົາລົບເຊິ່ງກັນແລະກັນ. ທີ່ກອງປະຊຸມສຸດຍອດ ອາຊຽນ - ອາເມລິກາ ຄັ້ງທີ 8, ການເຂົ້າຮ່ວມຂອງທີ່ປຶກສາຄວາມໝັ້ນຄົງຂັ້ນສູງ ອາເມລິກາ ໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງ ອາເມລິກາ ທີ່ມີຕໍ່ ອາຊຽນ.

 “ການຮ່ວມມືໃຫຍ່ທີ່ສຸດ ແມ່ນການຮ່ວມມືດ້ານເສດຖະກິດການຄ້າ, ການລົງທຶນ ເພາະວ່າ ອາເມລິກາ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 2 ຂອງ ອາຊຽນ ພ້ອມທັງແມ່ນນັກລົງທຶນ FDI ໃຫຍ່ທີສຸດຂອງ ອາຊຽນ. ການພັດທະນາຢ່າງບໍ່ຢຸດຢັ້ງຂອງ ການຄ້າ, ການລົງທຶນຂອງ ອາເມລິກາ, ການຮ່ວມມືດ້ານເສດຖະກິດການຄ້າ 2 ຝ່າຍໄດ້ກາຍເປັນພື້ນຖານພັດທະນາຍາວນານໃຫ້ແກ່ການພົວພັນລະຫວ່າງ ອາເມລິກາ ແລະ ຫວຽດນາມ ແລະ ບັນດາປະເທດ ອາຊຽນ. ອາຊຽນຕີລາຄາສູງການພົວພັນຄູ່ຮ່ວມມືຍຸດທະສາດຂອງ ອາເມລິກາ ບົນພື້ນຖານ ເຄົາລົບເອກະລາດ ແລະ ອະທິປະໄຕ, ພ້ອມທັງປາດຖະໜາກໍ່ສ້າງພາກພື້ນແຫ່ງສັນຕິພາບ, ສະຖຽນລະພາບ, ພັດທະນາ ແລະ ຮຸ່ງເຮືອງສີວິໄລ”.

        ກ່ຽວກັບ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ, ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ບັນດາປະເທດ ຈະໃຫ້ສັດຕະຍາບັນ ເພື່ອໃຫ້ສັນຍາສະບັບດັ່ງກ່າວມີຜົນສັກສິດ, ເສີມຂະຫຍາຍຜົນປະໂຫຍດໃນລະບົບ 15 ປະເທດສະມາຊິກ./.

       

ຕອບກັບ

ຂ່າວ/ບົດ​ອື່ນ