ກອງ​ປະ​ຊຸມສຸດຍອດ ອ​າ​ຊຽນ ຄັ້ງ​ທີ 43 ຈະ​ສຸມ​ໃສ່ 4 ປະ​ເດັນຈຸດ​ສຸມ​

(VOVWORLD) - ກອງປະຊຸມໄດ້ສຸມໃສ່ 4 ປະເດັນຈຸດສຸມ, ເຊິ່ລວມມີ ການສ້າງຕັ້ງພື້ນຖານໃຫ້ແກ່ວິໄສທັດຍາວໄກຂອງ ອາຊຽນ, ຊ່ວຍ ອາຊຽນ ກາຍເປັນອົງການທີ່ໝັ້ນຄົງເຂັ້ມແຂງກວ່າ ເພື່ອຮັບມືກັບບັນດາສິ່ງທ້າທາຍຂອງຍຸກສະໄໝ, ນຳ ອາຊຽນ ກາຍເປັນສູນກາງເຕີບໂຕເສດຖະກິດ ແລະ ນຳມະຫາສະໝຸດອິນເດຍ - ປາຊີຟິກ ກາຍເປັນພາກພື້ນສັນຕິພາບ ແລະ ວັດທະນາຖາວອນ. 
ກອງ​ປະ​ຊຸມສຸດຍອດ ອ​າ​ຊຽນ ຄັ້ງ​ທີ 43 ຈະ​ສຸມ​ໃສ່ 4 ປະ​ເດັນຈຸດ​ສຸມ​ - ảnh 1ທ່ານນາງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi (ພາບ: Reuters)

ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 (HNCC ASEAN 43) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຈະດຳເນີນແຕ່ວັນທີ 5 – 7 ກັນຍາ ຈະມາເຖິງ ຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ. ກອງປະຊຸມໄດ້ສຸມໃສ່ 4 ປະເດັນຈຸດສຸມ, ເຊິ່ລວມມີ ການສ້າງຕັ້ງພື້ນຖານໃຫ້ແກ່ວິໄສທັດຍາວໄກຂອງ ອາຊຽນ, ຊ່ວຍ ອາຊຽນ ກາຍເປັນອົງການທີ່ໝັ້ນຄົງເຂັ້ມແຂງກວ່າ ເພື່ອຮັບມືກັບບັນດາສິ່ງທ້າທາຍຂອງຍຸກສະໄໝ, ນຳ ອາຊຽນ ກາຍເປັນສູນກາງເຕີບໂຕເສດຖະກິດ ແລະ ນຳມະຫາສະໝຸດອິນເດຍ - ປາຊີຟິກ ກາຍເປັນພາກພື້ນສັນຕິພາບ ແລະ ວັດທະນາຖາວອນ. ກ່າວຄຳເຫັນໃນເຫດການທີ່ຈັດຂຶ້ນໃນວັນທີ 28 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Masudi  ອະທິບາຍວ່າ ວິໄສທັດທີ່ຍາວໄກ ນີ້ ມີຄວາມສຳຄັນ ຍ້ອນວ່າ ແຕ່ລະອາຍຸການປະທານ ອາຊຽນ ແກ່ຍາວໃນເວລາພຽງ 1 ປີ ແລະ ຕ້ອງການມີຄວາມໝັ້ນຄົງເພື່ອໃຫ້ບັນດາປະເທດສືບຕໍ່ປະຕິບັດ.

ວິໄສທັດຍາວໄກນີ້ ຈະເປັນ “ເຂັມຊີ້ທິດ” ເພື່ອໃຫ້ ອາຊຽນ ກ້າວຂຶ້ນ ແລະ ພື້ນຖານຂອງວິໄສທັດເລີ່ມໄດ້ສ້າງຂຶ້ນໃນອາຍຸການປະທານຂອງ ອິນໂດເນເຊຍ.


ຕອບກັບ

ຂ່າວ/ບົດ​ອື່ນ