ກອງ​ປ​ະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 43: ຖະ​ແຫຼງ​ການ​ຂອງ​ປະ​ທານ ເນັ້ນ​ໜັກ​ເຖິງ​ການ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຄວາມ​ເຊື່ອ​ໝັ້ນ​ເຊິ່ງ​ກັນ​ແລະ​ກັນ

(VOVWORLD) -   ວັນທີ 7 ກັນຍາ, ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 ໄດ້ອອກຖະແຫຼງການຂອງປະເທດປະທານ, ໃນນັ້ນ ໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຊື່ອໝັ້ນເຊິ່ງກັນແລະກັນ ເພື່ອຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນ.
ກອງ​ປ​ະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 43: ຖະ​ແຫຼງ​ການ​ຂອງ​ປະ​ທານ ເນັ້ນ​ໜັກ​ເຖິງ​ການ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຄວາມ​ເຊື່ອ​ໝັ້ນ​ເຊິ່ງ​ກັນ​ແລະ​ກັນ - ảnh 1ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43  ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ດຳເນີນແຕ່ວັນທີ 05 - 07 ກັນຍາ ຢູ່ ຈາກາຕາ ອິນໂດເນເຊຍ (ພາບ: VOV)

ຖະແຫຼງການດັ່ງກ່າວກໍໄດ້ສະແດງຄວາມວິຕົກກັງວົນກ່ຽວກັບການເຄື່ອນໄຫວທີ່ສົ່ງຜົນກະທົບຕໍ່ຄວາມປອດໄພຂອງປະຊາຊົນ, ກໍ່ມົນລະພິດຕໍ່ສິ່ງແວດລ້ອມ, ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຊື່ອໝັ້ນກັນຖືກຈ່າງຫາຍ, ເພີ່ມຄວາມເຄັ່ງຕຶງ ແລະ ອາດຈະເຮັດໃຫ້ສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນຖືກຊຸດໂຊມ. ອາຊຽນ ກໍຢັ້ງຢືນຄືນຄວາມຈຳເປັນຂອງການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

        ພ້ອມກັບຖະແຫຼງການຂອງປະທານ ອາຊຽນ, ພາຍຫຼັງໂຮມປະຊຸມມາເປັນເວລາ 2 ວັນ, ມີຖະແຫຼງການຫຼາຍສະບັບ ລະຫວ່າງ ອາຊຽນ ແລະ ລະຫວ່າງອາຊຽນ ກັບຄູ່ຮ່ວມມື ໄດ້ຮັບການຮັບຮອງເອົາ, ໃນນັ້ນ ມີຖະແຫຼງການການນຳ ອາຊຽນ ກ່ຽວກັບການເພີ່ມທະວີການຄ້ຳປະກັນດ້ານສະບຽງອາຫານ ແລະ ໂພສະນາການໃນບັນດາວິກິດການ.

ຟ້າມຮ່າ - ນັກຂ່າວ VOV ປະຈຳ ອິນໂດເນເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ