ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້​ງ​ທີ 43: ​ອາ​ຊຽນ ໝັ້ນ​ຄົງ​ເຂັ້ມ​ແຂງ, ມີ​ຄຸນ​ນະ​ທາດ ແລະ ເຊື່ອ​ໝັ້ນ​ຕົນ​ເອງ​ຜັນ​ປ່ຽນ​ເພື່ອ​ຜົນ​ປະ​ໂຫຍດ​ອັນ​ແທດ​ຈິງ​ຂອງ​ປະ​ຊາ​ຊົນ

(VOVWORLD) - ຕອນເຊົ້າວັນທີ 5 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມວາລະປະຊຸມຄົບຄະນະຂອງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 ຢູ່ ຫໍປະຊຸມ ຈາກາຕາ, ປະເທດອິນໂດເນເຊຍ.

ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້​ງ​ທີ 43: ​ອາ​ຊຽນ ໝັ້ນ​ຄົງ​ເຂັ້ມ​ແຂງ, ມີ​ຄຸນ​ນະ​ທາດ ແລະ ເຊື່ອ​ໝັ້ນ​ຕົນ​ເອງ​ຜັນ​ປ່ຽນ​ເພື່ອ​ຜົນ​ປະ​ໂຫຍດ​ອັນ​ແທດ​ຈິງ​ຂອງ​ປະ​ຊາ​ຊົນ - ảnh 1ການນຳຂັ້ນສູງບັນດາປະເທດ ອາຊຽນ (ພາບ: VOV)

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຖືວ່າ: ເພື່ອຮັກສາ “ອາຊຽນມີຂອບຂະໜາດໃຫຍ່” ແລະ ເປັນ “ໃຈກາງແຫ່ງການເຕີບໂຕ”, ຕ້ອງຍົກສູງຄວາມເຂັ້ມແຂງດ້ວຍຕົນເອງຂອງ ອາຊຽນ ໂດຍຜ່ານການຍູ້ແຮງການຮ່ວມສຳພັນເສດຖະກິດ, ເປີດກວ້າງຕະຫຼາດພາຍໃນກຸ່ມ, ປຸກລຸກການເຄື່ອນໄຫວດ້ານການຄ້າ ແລະ ການລົງທຶນ. ທ່ານກໍສະເໜີໃຫ້ບັນດາລັດຖະມົນຕີກະຊວງເສດຖະກິດ ອາຊຽນ ຊີ້ນຳວຽກງານສຳຫຼວດກວດຄືນຢ່າງຂ້ຽວຂາດ, ຍົກລະດັບ ກໍຄື ເຈລະຈາຄືນບັນດາສັນຍາການຄ້າເສລີ (FTA) ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື, ເພື່ອແນໃສ່ສ້າງກຳລັງໜູນພັດທະນາໃໝ່ໃຫ້ແກ່ພື້ນຖານເສດຖະກິດຂອງພາກພື້ນ.

ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້​ງ​ທີ 43: ​ອາ​ຊຽນ ໝັ້ນ​ຄົງ​ເຂັ້ມ​ແຂງ, ມີ​ຄຸນ​ນະ​ທາດ ແລະ ເຊື່ອ​ໝັ້ນ​ຕົນ​ເອງ​ຜັນ​ປ່ຽນ​ເພື່ອ​ຜົນ​ປະ​ໂຫຍດ​ອັນ​ແທດ​ຈິງ​ຂອງ​ປະ​ຊາ​ຊົນ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ພ້ອມດ້ວຍພັນລະຍາ (ພາບ:VOV)

 ຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມດ້ວຍການນຳບັນດາປະເທດ ອາຊຽນ ແລະ ຄູ່ຮ່ວມມືເຂົ້າຮ່ວມພິທີໄຂ ເວທີປາໄສ ອາຊຽນ - ມະຫາສະໝຸດອິນເດຍ - ປາຊີຟິກ. ເວທີປາໄສດັ່ງກ່າວ ແນໃສ່ສົ່ງເສີມກຳລັງບົ່ມຊ້ອນ ແລະ ໂອກາດເພີ່ມທະວີການຮ່ວມມື, ເຊື່ອມຕໍ່ໃຫ້ບັນດາປະເທດ ອາຊຽນ ແລະ ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ.

     ແລະກໍໃນຕອນບ່າຍວັນທີ 5 ກັນຍານີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ  ແລະ ບັນດາການນຳບັນດາປະເທດອາຊຽນ ໄດ້ດຳເນີນກອງປະຊຸມວົງແຄບເພື່ອປຶກສາຫາລືບັນຫາສາກົນ ແລະ ພາກພື້ນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ເນັ້ນໜັກວ່າ: ເພື່ອໃຫ້ ອາຊຽນ ຮັກສາບົດບາດເປັນໃຈກາງ, ເສີມຂະຫຍາຍກຳລັງແຮງ, ປັບປຸງຄວາມສາມັກຄີພາຍໃນກຸ່ມ ເພື່ອຢັ້ງຢືນຄຸນຄ່າຍຸດທະສາດຂອງຕົນ, ບັນດາປະເທດ ອາຊຽນ ຕ້ອງຍົກສູງນ້ຳໃຈ ເປັນເອກະລາດ, ເສ້າງຄວາມເຂັ້ມແຂງດ້ວຍຕົນເອງ,ເຄົາລົບກົດໝາຍແລະຍຶດໝັ້ນບັນດາຫຼັກການ ພື້ນຖານ ແລະ ມາດຕະຖານການປະພຶດຂອງອາຊຽນ.

      ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ຊີ້ແຈ້ງວ່າ ອາຊຽນ ຕ້ອງມານະພະຍາຍາມເພີ່ມທະວີຄວາມສາມັກຄີ, ຮັກສາ ແລະ ປັບປຸງຫຼັກໝັ້ນຮ່ວມກ່ຽວກັບທະເລຕາເວັນອອກ. ອາຊຽນ ຄວນສະເໜີບັນດາຄູ່ຮ່ວມມືເຄົາລົບຫຼັກໝັ້ນນີ້ເມື່ອເຄື່ອນໄຫວຢູ່ທະເລຕາເວັນອອກ. ພິເສດແມ່ນການແກ້ໄຂການຂັດແຍ່ງກັນໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ ແລະ ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລ. (UNCLOS) 1982; ພ້ອມກັນນັ້ນ, ສືບຕໍ່ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ມານະພະຍາຍາມສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ ແລະ ມີປະສິດທິຜົນ, ສອດຄ່ອງກັບ ກົດໝາຍສາກົນ.

    ກ່ຽວກັບສະພາບການມຽນມາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ສະໜັບສະໜູ ນເພີ່ມທະວີຄວາມເປັນເຈົ້າການພົບປະຫຼາຍກ່ວາອີກເພື່ອສົ່ງເສີມບັນດາຝ່າຍເຈລະຈາສັນຕິພາບ, ສ້າງຄວາມເຊື່ອໝັ້ນ, ເພີ່ມທະວີຄວາມເຂົ້າໃຈກັນ,  ມຸ່ງໄປເຖິງການບັນລຸວິທີການແກ້ໄຂຢ່າງຮອບດ້ານໂດຍໄວ, ຍືນຍົງໃຫ້ແກ່ບັນຫາມຽນມາ.

     ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ຢືນຢັນຈະສົມທົບກັບລາວຊຶ່ງເປັນປະທານ ອາຊຽນ ປີ 2024, ສືບຕໍ່ຊຸກຍູ້ບັນດາເປົ້າໝາຍການຮ່ວມມືອາຊຽນ. ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ແລະ ການນຳບັນດາປະເທດ ອາຊຽນ ໄດ້ເຫັນດີເປັນເອກະພາບໃຫ້ ຟີລິບປິນ ດຳລົງຕຳແໜ່ງເປັນປະທານອາຊຽນ 2026.

ນັກຂ່າວ VOV ປະຈຳ ອິນເດຍ

ຕອບກັບ

ຂ່າວ/ບົດ​ອື່ນ