ກອງປະຊຸມສຸດຍອດ ອາຊຽນ - ສ.ເກົາຫຼີ: ທ່ານປະທານາທິບໍດີ ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືດ້ານວັດທະນະທໍາເພື່ອຄວາມວັດທະນາຖາວອນລວມ

(VOVWORLD) -   ວັນທີ 25 ພະຈິກ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae –in ໄດ້ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືດ້ານວັດທະນະທໍາ ລະຫວ່າງ ສ.ເກົາຫຼີ ແລະ ອາຊຽນ, ພ້ອມທັງຢັ້ງຢືນວ່າ ວັດທະນະທໍາ ແມ່ນໜຶ່ງໃນບັນດາຂົງເຂດໝັ້ນໝາຍໃຫ້ບັນລຸການເຕີບໂຕສູງທີ່ສຸດ.
ກອງປະຊຸມສຸດຍອດ ອາຊຽນ - ສ.ເກົາຫຼີ: ທ່ານປະທານາທິບໍດີ ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືດ້ານວັດທະນະທໍາເພື່ອຄວາມວັດທະນາຖາວອນລວມ - ảnh 1ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae –in (ພາບ: TTXVN) 

        ກ່າວເປີດເວທີປາໄສວັດທະນະທໍາຢູ່ນະຄອນ Busan ເຊິ່ງໄດ້ຈັດຂຶ້ນຢູ່ນອກກອງປະຊຸມສຸດຍອດ ອາຊຽນ - ສ.ເກົາຫຼີ, ທ່ານປະທານາທິບໍດີ Moon Jae – in ຖືວ່າ ວັດທະນະທໍາ ສ.ເກົາຫຼີ ອາດຈະໂຄສະນາອອກສູ່ທົ່ວໂລກ ບົນນໍ້າໃຈຄວາມຮັກແພງຂອງ ອາຊຽນ. ທ່ານໃຫ້ຮູ້ວ່າ ສ.ເກົາຫຼີ ຈະຊຸກຍູ້ບັນດາການພົວພັນແລກປ່ຽນລະຫວ່າງສອງຝ່າຍໃຫ້ຕັ້ງໜ້າກວ່າ ເພື່ອແນໃສ່ໂຄສະນາວັດທະນະທໍາ ອາຊຽນ, ສ້າງຕັ້ງອົງການພັດທະນາຮູບເງົາຮ່ວມລະຫວ່າງ ສ.ເກົາຫຼີ ແລະ ອາຊຽນ.

        ແລະກໍໃນວັນດຽວກັນ, ກະຊວງການຄ້າ ສ.ເກົາຫຼີ ຢັ້ງຢືນວ່າ ຈະຊ່ວຍບັນດາວິສາຫະກິດຂອງປະເທດນີ້ ເປີດກວ້າງການພົວພັນ, ຮ່ວມມືດ້ວຍຄູ່ຮ່ວມມືຢູ່ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້.

        ສ່ວນກະຊວງທີ່ດິນ, ພື້ນຖານໂຄງລ່າງ ແລະ ຄົມມະນາຄົມ ສ.ເກົາຫຼີ ໃຫ້ຮູ້ວ່າ ສ.ເກົາຫຼີ ແລະ 10 ປະເທດສະມາຊິກ ອາຊຽນ ຈະພ້ອມກັນຮ່ວມມືສ້າງບັນດານະຄອນອັດສະລິຍະ. ສອງຝ່່າຍເຫັນດີສ້າງຕັ້ງສະພາໃຫ້ຄໍາປຶກສາກ່ຽວກັບບັນດາໂຄງການກໍ່ສ້າງນະຄອນອັດສະລິຍະຢູ່ກອງປະຊຸມຂັ້ນລັດຖະມົນຕີ ເຊິ່ງໄດ້ດໍາເນີນໃນຂອບເຂດກອງປະຊຸມສຸດຍອດພິເສດ ເພື່ອແນໃສ່ສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນຄູ່ເຈລະຈາລະຫວ່າງ ອາຊຽນ - ສ.ເກົາຫຼີ ຄົບຮອບ 30 ປີ. 

ຕອບກັບ

ຂ່າວ/ບົດ​ອື່ນ