ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ​ຄັ້ງ​ທີ 42: ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ການຖະ​ແຫຼງ​ຂ່າວ ແລະ ການ​ສື່​ສານ

(VOVWORLD) - ທ່ານລັດຖະມົນຕີ ຫງວຽນແມັງຮຸ່ງ ໄດ້ເຊື້ອເຊີນທ່ານລັດຖະມົນຕີ Johnny G. Plate ມາຢາມ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຖະແຫຼງຂ່າວ ອາຊຽນ (AMRI) ໂດຍ ຫວຽດນາມ ເປັນເຈົ້າພາບຈັດຂຶ້ນໃນເດືອນກັນຍາຈະມາເຖິງ
ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ​ຄັ້ງ​ທີ 42: ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ການຖະ​ແຫຼງ​ຂ່າວ ແລະ ການ​ສື່​ສານ - ảnh 1ລັດຖະມົນຕີ ສອງທ່ານ ແລກປ່ຽນບົດຮຽນປະສົບການໃນການພັດທະນາ ແລະ ກຳນົດທິດເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ (ພາບ: chinhphu.vn)

ວັນທີ 10 ພຶດສະພາ, ຢູ່ ຈາກາຕາ, ປະເທດອິນໂດເນເຊຍ ໃນຂອບເຂດແຜນການເຄື່ອນໄຫວ ແລະ ພ້ອມກັບຄະນະ, ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42 ຢູ່ ອິນໂດເນເຊຍ, ທ່ານ ຫງວຽນແມັງຮຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ໄດ້ມີການເຮັດວຽກກັບທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ອິນໂດເນເຊຍ Johnny G. Plate.

ຢູ່ການເຮັດວຽກ, ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືລະຫວ່າງ ບັນດາອົງການ, ວິສາຫະກິດສອງຝ່າຍ, ມອບໝາຍ ໃຫ້ບັນດາຫົວໜ່ວຍທີ່ກ່ຽວຂ້ອງຮຽບຮຽງບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມື (MoU) ເພື່ອລົງນາມໃນປີນີ້, ມຸ່ງໄປເຖິງການສ້າງການພົວພັນຄູ່ຮ່ວມມືດີຈີຕອນ ລະຫວ່າງສອງປະເທດ, ເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນທີ່ໃຫຍ່ຫຼວງຂອງສອງຝ່າຍໃນຂົງເຂດເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນໃຫ້ມີປະສິດທິຜົນກ່ວາອີກ.

ທ່ານລັດຖະມົນຕີ ຫງວຽນແມັງຮຸ່ງ ໄດ້ເຊື້ອເຊີນທ່ານລັດຖະມົນຕີ Johnny G. Plate ມາຢາມ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຖະແຫຼງຂ່າວ ອາຊຽນ (AMRI) ໂດຍ ຫວຽດນາມ ເປັນເຈົ້າພາບຈັດຂຶ້ນໃນເດືອນກັນຍາຈະມາເຖິງ, ກອງປະຊຸມ ອາຊຽນ ກ່ຽວກັບ 5G, ຂໍ້ລິເລີ່ມໂດຍ ຫວຽດນາມເປັນເຈົ້າພາບຈັດຕັ້ງໃນເດືອນພະຈິກ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ